ກອງທັບອິຣັກຢຶດຝັ່ງຕາເວັນຕົກຂອງເມືອງໂມຊຸນໄດ້ແລ້ວ 1 ໃນ 3 - ອິດສະຫຼະ

ກອງທັບອິຣັກຢຶດຝັ່ງຕາເວັນຕົກຂອງເມືອງໂມຊຸນໄດ້ແລ້ວ 1 ໃນ 3



ສຳນັກຂ່າວຕ່າງປະເທດລາຍງານ 13 ມີນາ 2017 ວ່າ: ໜ່ວຍຮົບພິເສດຂອງກອງທັບອິຣັກ ລາຍງານເມື່ອວັນອາທິດທີ່ຜ່ານມາວ່າ ນັບຕັ້ງແຕ່ປະຕິບັດການຕໍ່ຕ້ານກຸ່ມ ISIS ໃນຝັ່ງຕາເວັນຕົກເມືອງໂມຊຸນ ເຊິ່ງເປັນເມືອງໃຫຍ່ໃນພາກເໜືອຂອງປະເທດ ໂດຍເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງອິຣັກທັງທະຫານ ແລະ ຕຳຫຼວດສົນທິກຳລັງຮ່ວມກັນ ເມື່ອຕົ້ນເດືອນນີ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ໂດຍເຈົ້າໜ້າທີ່ສາມາດຢືດພື້ນທີ່ກັບຄືນໄດ້ແລ້ວປະມານ 30% ຫຼື 17 ເຂດຈາກ 40 ເຂດໃນພື້ນທີ່.

ເຊິ່ງຄວາມຄືບໜ້າດັ່ງກ່າວຖືວ່າໄວກວ່າທີ່ມີການຄາດການເອົາໄວ້ຫຼາຍ ແລະ ໝາຍຄວາມວ່າການສູ້ຮົບຄັ້ງນີ້ອາດຢຸດຕິໄວກວ່າທີ່ຄິດໄວ້ ເນື່ອງຈາກກອງກຳລັງສະເພາະກິດທີ 9 ສາມາດຢຶດຄອງເສັ້ນທາງສາຍສຸດທ້າຍທີ່ເປັນເສັ້ນທາງເຂົ້າ ແລະ ອອກເມືອງໂມຊຸນໄດ້ສຳເລັດ ຫຼື ເວົ້າໄດ້ວ່າເປັນການປິດໂອກາດຂອງກຸ່ມກໍ່ການຮ້າຍໃນການຫຼົບໜີອອກຈາກເມືອງ.

ເຖິງຢ່າງໃດກໍ່ຕາມກອງທັບອິຣັກຍອມຮັບວ່າສະມາຊິກກຸ່ມ ISIS ສ່ວນໃຫຍ່ຍັງຄົງຂັດຂືນຕໍ່ການປິດລ້ອມຂອງທະຫານ ເຫັນໄດ້ຈາກການກໍ່ເຫດລະເບີດຂ້າຕົວຕາຍ, ຍິງປືນໃຫຍ່, ລະເບີດລົດ ແລະ ຍັງຄົມປະຈຳການໄນເປີດັກໄວ້ຕາມອາຄານສູງຫຼາຍແຫ່ງ ແຕ່ຍັງບໍ່ມີການເປີເຜີຍຈຳນວນຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຈາກປະຕິບັດການຄັ້ງນີ້ຢ່າງເປັນທາງການ ຂະນະທີ່ສະຫະປະຊາຊາດ ລາຍງານຈຳນວນປະຊາຊົນອົບພະຍົບອອກຈາກເມືອງໂມຊຸນຫຼາຍກວ່າ 65,000 ຄົນ ພາຍໃນໄລຍະເວລາ 2 ອາທິດຫຼ້າສຸດ ເພີ່ມສະຖິຕິຜູ້ອົບພະຍົບນັບຕັ້ງແຕ່ກອງທັບອິຣັກປະຕິບັດການກອບກູ້ເມືອງໂມຊຸນເມື່ອເດືອນຕຸລາ ປີທີ່ຜ່ານມາ ເປັນຫຼາຍກວ່າ 200,000 ຄົນ.


No comments

Powered by Blogger.