ທ່ານນາຍົກ ໂອ້ລົມພະນັກງານຫຼັກແຫຼ່ງເມືອງໝື່ນ - ອິດສະຫຼະ

ທ່ານນາຍົກ ໂອ້ລົມພະນັກງານຫຼັກແຫຼ່ງເມືອງໝື່ນ



ຕອນເຊົ້າວັນທີ 14 ມີນາ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ຈາກສູນກາງ ແລະ ການນຳແຂວງວຽງຈັນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມ ຕໍ່ພະນັກງານ ຫຼັກແຫຼ່ງ ເມືອງໝື່ນ, ແຂວງວຽງຈັນ ຢູ່ທີ່ສະໂມສອນຂອງເມືອງດັ່ງກ່າວ.

ໃນໂອກາດດັ່ງກ່າວ, ຄະນະຂອງທ່ານນາຍົກລັດຖະມົນຕີ ກໍ່ຄື ຜູ້ເຂົ້າຮ່ວມ ໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງເມືອງ ໃນໄລຍະ 1 ປີທີ່ຜ່ານມາ ຈາກທ່ານ ພູວອນ ບຸນວິໄລ ເຈົ້າເມືອງໆໝື່ນ ເຊິ່ງສະແດງໃຫ້ເຫັນວ່າ ທົ່ວເມືອງສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດຂະຫຍາຍຕົວໃນລະດັບ 10,74 ສ່ວນຮ້ອຍ, ລາຍຮັບສະເລ່ຍໃສ່ຫົວຄົນ ບັນລຸ 1.567 ໂດລາ/ຄົນ/ປີ, ສະເລ່ຍເຂົ້າກິນຕໍ່ຫົວຄົນ ໄດ້ 535 ກິໂລກະລາມ/ປີ (ສາມາດກຸ້ມກິນ ແລະ ມີສ່ວນແຮໄວ້ເພື່ອຂາຍເປັນສິນຄ້າ), ຄອບຄົວທຸກຍາກ ຍັງກວມ 2 ສ່ວນຮ້ອຍ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໃນນັ້ນ ທ່ານໄດ້ນຳສະເໜີໃຫ້ຮູ້ເຖິງຄວາມພະຍາຍາມ, ຄວາມມຸ່ງໝັ້ນ ແລະ ຄວາມພະຍາຍາມເອົາໃຈໃສ່ ຂອງຄະນະລັດຖະບານຊຸດທີ 8 ກໍ່ຄື ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານຕ່າງໆ ເປັນຕົ້ນ ໝາກຜົນ, ຜົນສັກສິດ, ຄວາມຕື່ນຕົວ, ການສະໜັບສະໜູນຂອງສັງຄົມ ຕໍ່ບັນດານະໂຍບາຍ ທີ່ລັດຖະບານວາງອອກ ໃນໄລຍະທີ່ຜ່ານມາ ລວມທັງ ທິດທາງໃນການແກ້ໄຂ ແລະ ພັດທະນາວຽກງານຕ່າງໆໃນປະຈຸບັນ ກໍ່ຄືອະນາຄົດ; ອັນສຳຄັນທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ຄະນະນຳ, ບັນດາຂະແໜງການຂອງເມືອງໝື່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເສີມຂະຫຍາຍຜົນສຳເລັດ, ມູນເຊື້ອອັນດີງາມທີ່ການນຳຮຸ່ນກ່ອນ ສາມາດ ຈັດຕັ້ງປະຕິບັດໄດ້; ອຳນວຍຄວາມສະດວກຮອບດ້ານໃຫ້ແກ່ປະຊາຊົນ ບົນພື້ນຖານ ຖືກຕ້ອງຕາມລະບຽບກົດໝາຍ ແລະ ແທດເໝາະກັບເງື່ອນໄຂຄວາມເປັນຈິງ; ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ການຄ້າຂາຍເຖື່ອນ (ຢາເສບຕິດ, ສິນຄ້າຜິດກົດໝາຍ, ການເຄື່ອນໄຫວບໍ່ຖືກລະບຽບກົດໝາຍ), ບັນຫາແຮງງານ...; ພ້ອມກັນເອົາໃຈໃສ່ ປະຕິບັດ ມາດຕະການປະຢັດມັດ ທະຍັດໃຫ້ມີປະສິດທິຜົນແທ້ໆ ເພື່ອຄວາມຮັ່ງມີ ແລະ ເຂັ້ມແຂງໃນອະນາຄົດ; ຄົ້ນຄວ້າ ແລະ ກຳນົດໃຫ້ເຫັນເງື່ອນໄຂທ່າແຮງ ທີ່ເປັນປາຍແຫຼມຂອງເມືອງ ຢ່າງຖືກຕ້ອງ, ທັງນຳໃຊ້ໃຫ້ມີປະສິດທິຜົນສູງສຸດ ຕິດພັນກັບການປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ; ຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຂອງຕົນ ມີຜົນສຳເລັດ, ມີຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນໄດ້ຄືແນວໃດ? ລວມທັງ ແບບແຜນ ແລະ ກົນໄກການເຮັດວຽກມີຄວາມແທດເໝາະ, ມີປະສິດທິຜົນ ແລະ ມີອັນໃດຄວນປັບປຸງແກ້ໄຂ? ເພື່ອພ້ອມກັນພັດ ທະນາເມືອງຂອງຕົນ ໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ? ພ້ອມດຽວກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນທຸຄົນ ເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ ໃຫ້ຫຼາຍ, ພູມໃຈໃນຄວາມເປັນລາວ, ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ບໍລິການຮັບໃຊ້ປະຊາຊົນຢ່າງສຸດໃຈ, ສາມາດເປັນພາບພົດ ແລະ ແບບຢ່າງອັນດີໃຫ້ແກ່ສັງຄົມ.

ໃນມື້ດຽວກັນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ໄປຢ້ຽມຢາມ ແລະ ໂອ້ລົມ ຕໍ່ພະນັກງານຄູ-ອາຈານ ແລະ  ນັກຮຽນ ໂຮງຮຽນມັດທະຍົມສົມບູນນ້ຳຮອນ ຕື່ມອີກ.

No comments

Powered by Blogger.