ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ມີນາ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ - ອິດສະຫຼະ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ມີນາ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ



ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມີນາ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 15 ມີນາ ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນ ປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ປະກອບຄວາມເຫັນ ແລະ ຈະໄດ້ພິຈາ ລະນາເອົາບັນຫາສຳຄັນ ຮີບດ່ວນ ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນການ ແລະ ລາຍຮັບ-ລາຍຈ່າຍ, ການຈັດຕັ້ງການປະມູນຊື້-ຂາຍໄມ້, ການສົ່ງອອກໄມ້ ແລະ ກ່ຽວກັບບັນດາໂຮງງານປຸງແຕ່ງໄມ້ ແລະ ລາຍງານກ່ຽວກັບການດຳເນີນທຸລະກິດ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ; ຮ່າງກົດໝາຍ ວ່າດ້ວຍໄຟຟ້າ ສະບັບປັບປຸງ; ຮ່າງຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງການຕັ້ງຮ້ານບັນເທິງ ແລະ ຮ້ານຂາຍເຫຼົ້າ-ເບຍ ໃກ້ກັບສະຖາບັນການສຶກສາ, ໂຮງໝໍ, ສະຖານທີ່ສາດສະໜາ ແລະ ສະຖານທີ່ສຳຄັັນຕ່າງໆ; ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການຂົນສົ່ງແຫ່ງຊາດ ສະບັບປັບປຸງ; ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງດ່ານສາກົນທາງບົກ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍມາດຕະຖານເຕັກນິກຂອງດ່ານສາກົນທາງບົກ; ຮ່າງດຳລັດ ວ່າດ້ວຍການປົກປ້ອງເງິນຝາກ; ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ແລະ ຂັ້ນແຂວງ; ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງແຜນງົບປະມານແຫ່ງລັດ ປີ 2015-2016.

ໃນໂອກາດກ່າວໄຂກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ໃນການປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ກອງປະຊຸມ ຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້.

No comments

Powered by Blogger.