ຂູ່ວາງລະເບີດເຮືອບິນ "ສາຍການບິນໄທ" ໃນຊູແອດ - ອິດສະຫຼະ

ຂູ່ວາງລະເບີດເຮືອບິນ "ສາຍການບິນໄທ" ໃນຊູແອດ



ສຳນັກຂ່າວຕ່າງປະເທດລາຍງານ 2 ມິນາ 2017 ວ່າ: ຖ້ຽວບິນຂອງສາຍການບິນໄທ TG963 ເສັ້ນທາງຈາກສະຕັອກໂຮມ-ພູເກັດ ຖືກຂູ່ວາງລະເບີດ ເຮັດໃຫ້ຕ້ອງອົບພະຍົບຜູ້ໂດຍສານ ແລະ ລູກເຮືອກວ່າ 200 ຄົນ ແຕ່ບໍ່ພົບລະເບີດແຕ່ຢ່າງໃດ

ຖ້ຽວບິນດັ່ງກ່າວມີກຳນົດອອກເດີນທາງປະມານ 21:33 ນາທີ ຂອງວັນທີ 2 ມີນາ ຕາມເວລາທ້ອງຖິ່ນ ແຕ່ຕ້ອງເລື່ອນອອກໄປ ແລະ ເຈົ້າໜ້າທີ່ອົບພະຍົບຄົນເທິງເຮືອບິນທັງໝົດເຊິ່ງລວມເຖິງຜູ້ໂດຍສານ 267 ຄົນ ພ້ອມດ້ວຍລູກເຮືອ ແລະ ນັກບິນລວມ 19 ຄົນ ເຂົ້າພັກທີ່ໂຮງແຮມສຳເລັດເມື່ອເວລາ 23:50 ຂອງຄືນວັນພະຫັດ.

ຂະນະທີ່ຕຳຫຼວດໄດ້ສອບສວນຜູ້ໂດຍສານລາຍບຸກຄົນຄົບທຸກຄົນໄປເມື່ອຊ່ວງເຊົ້ານີ້ ແລະ ຂະນະນີ້ເຮືອບິນລຳດັ່ງກ່າວຍັງຈອດຢູ່ລານແລ່ນ ແລະ ຍັງບໍ່ອະນຸຍາດໃຫ້ນຳກະເປົ໋າ ແລະ ເຄື່ອງຂອງທັງໝົດຂອງຜູ້ໂດຍການ ແລະ ລູກເຮືອອອກຈາກເຮືອບິນດັ່ງກ່າວ.

ເຖິງຢ່າງໃດກໍ່ຕາມ ເຈົ້າໜ້າທີ່ບໍ່ພົບວັດຖຸລະເບີດ ແລະ ຍັງບໍ່ຮູ້ລາຍລະອຽດຂອງການຂູ່ວາງລະເບີດດັ່ງກ່າວແຕ່ຢ່າງໃດ.

No comments

Powered by Blogger.