ເຈົ້າໜ້າທີ່ສັ່ງໃຫ້ກູ້ໄພປ່ຽນສຽງຫວໍ, ແສງສີ, ກຳນົດເວລາເປີດສຽງ ແລະ ໃຫ້ຫຼຸດຜ່ອນຄວາມໄວ - ອິດສະຫຼະ

ເຈົ້າໜ້າທີ່ສັ່ງໃຫ້ກູ້ໄພປ່ຽນສຽງຫວໍ, ແສງສີ, ກຳນົດເວລາເປີດສຽງ ແລະ ໃຫ້ຫຼຸດຜ່ອນຄວາມໄວ



ໜັງສືພິມຄວາມສະຫງົບລາຍງານ: ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາ ຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ກ່າວໃນກອງປະຊຸມສະ ຫຼຸບຕີລາຄາກ່ຽວກັບການນໍາໃຊ້ ແສງ, ສີ, ສຽງຫວໍລົດທີ່ມີອະພິສິດ ທີ່ຈັດຂຶ້ນໃນວັນທີ 28 ກຸມພາ 2017 ແມ່ນໃຫ້ບັນດາໜ່ວຍກູ້ ໄພໃນນະຄອນຫຼວງວຽງຈັນ ນໍາ ໃຊ້ສຽງຫວໍລົດເປັນສຽງດຽວກັນ ກັບລົດນໍາສົ່ງຄົນເຈັບຂອງໂຮງໝໍ, ພ້ອມທັງໃຫ້ຫຼຸດຜ່ອນຄວາມໄວ ຂອງລົດ ໃນເວລາຂັບຂີ່ຢູ່ຕົວເມືອງ ຕາມທີ່ໄດ້ກຳນົດໄວ້ໃນກົດລະ ບຽບການສັນຈອນຢ່າງເດັດຂາດ.

ທ່ານຮອງຫົວໜ້າກົມຕໍາຫຼວດ ຈະລາຈອນ ກ່າວວ່າ: ໃນຕໍ່ໜ້າ, ບັນດາໜ່ວຍກູ້ໄພທັງ 7 ໜ່ວຍ ໃນນະຄອນຫຼວງວຽງຈັນ ຫ້າມນໍາ ໃຊ້ສຽງຫວໍລົດຂອງພາກສ່ວນອື່ນ ຢ່າງເດັດຂາດ ຕ້ອງນໍາໃຊ້ສຽງຫວໍ ລົດໃຫ້ເປັນສຽງດຽວກັນກັບລົດ ນໍາສົ່ງຄົນເຈັບຂອງໂຮງໝໍ ຄື: ນໍາ ໃຊ້ສຽງ HI-LO, ສ່ວນສັນຍານ ໄຟໝູນຫຼັງຄາໃຫ້ນໍາໃຊ້ສີຟ້າ; ສະ ເພາະການກໍານົດເວລານໍາໃຊ້ສຽງ ຫວໍລົດຂອງໜ່ວຍກູ້ໄພໃຫ້ເປັນ ເອກະພາບກັບລົດຂອງຕໍາຫຼວດ ຫ້າມເປີດສຽງຫວໍລົດຕະຫຼອດ 24 ຊົ່ວ ໂມງ ( ລົດທີ່ເປີດສຽງຫວໍ ໄດ້ຕະຫຼອດ 24 ຊົ່ວໂມງ ແມ່ນ ລົດດັບເພີງ ຫຼື ລົດມອດໄຟ ) ໃຫ້ ທຸກພາກສ່ວນປິດການນໍາໃຊ້ສຽງ ຫວໍລົດ ເລີ່ມແຕ່ເວລາ 18:00 ໂມງ ຫາ 6:00 ໂມງ ( ກໍລະນີ ສຸກເສີນຮ້າຍແຮງແມ່ນອະນຸຍາດ ໃຫ້ເປີດໄດ້ ); ການນໍາໃຊ້ຄວາມໄວຢູ່ໃນຕົວເມືອງ ຫ້າມໜ່ວຍກູ້ໄພທຸກໜ່ວຍ ຂັບຂີ່ໄວເກີນຂອບເຂດ ແລະ ໃຫ້ປະຕິບັດຕາມກົດລະບຽບຈະລາຈອນທີ່ກໍານົດໄວ້ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາການເກີດອຸບັດຕິເຫດຕາມມາ.

ຜ່ານມາ, ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການນຳໃຊ້ລົດກູ້ໄພ ຂອງກະຊວງ ສາທາລະນະສຸກ ແລະ ໜ່ວຍກູ້ໄພ ໂດຍສະເພາະແມ່ນການນໍາສົ່ງຄົນເຈັບໄປໂຮງໝໍໄດ້ທັນເວລາ, ຮັບປະກັນຄວາມປອດໄພ ແລະ ກອບກູ້ເອົາຊີວິດຂອງຜູ້ປະສົບອຸບັດຕິເຫດໄດ້ດີ ສັງຄົມມີຄວາມສະໜັບສະໜູນ ແລະ ມີຄວາມຊົມເຊີຍຕໍ່ການປະຕິບັດວຽກງານດັ່ງກ່າວ; ຄຽງຄູ່ກັນນັ້ນ, ການຮັບປະກັນຄວາມປອດໄພໃນການສັນຈອນຂອງລົດກູ້ໄພໃນໄລຍະຜ່ານມາ ຍັງມີການເກີດອຸບັດຕິເຫດຢູ່.

ສາເຫດຫຼັກແມ່ນຍ້ອນຜູ້ຂັບຂີ່ໃຊ້ຄວາມໄວເກີນກຳນົດ ສະແດງອອກຄື: ໃນວັນທີ 16 ເມສາ 2016 ເວລາ 15:00 ໂມງ, ເກີດອຸບັດຕິເຫດລົດກູ້ໄພຕໍາກັບລົດຍົນຢູສ່ີ່ແຍກໄພອໍານາດສີໄຄ ເມືອງສີໂຄດຕະບອງ, ລົດກູ້ໄພຄັນດັ່ງກາວ ບໍ່ມີປ້າຍທະບຽນ ເບີໂທ 1623 ຂັບຂີ່ໂດຍ ທ້າວສຸກສາຄອນ ອາຍຸ 23 ປີ, ນັກສຶກສາບ້ານວັດໄຕ ເມືອງສີໂຄດຕະບອງ; ວັນທີ 10 ກຸມພາ 2017 ເວລາ 13:30 ໂມງ, ເກີດອຸບັດຕິເຫດລົດຈັກຕໍາກັບລົດກູ້ໄພ ຢູ່ຖະໜົນກໍາແພງເມືອງ ຕໍ່ໜ້າໂຮງໝໍເສດຖາ ເມືອງສີສັດຕະນາກ ລົດກູ້ໄພໝາຍເລກທະບຽນ ກສ 1623 ຂັບຂີ່ໂດຍ ທ້າວ ອະນຸຄົງ ອາຍຸ 33 ປີ, ນັກທຸລະກິດ ບ້ານໜອງໄຮ ເມືອງຫາດຊາຍຟອງ ແລະ ເວລາ 20:30 ໂມງ ວັນທີ 12 ກຸມພາ 2017, ເກີດອຸບັດຕິເຫດລົດຍົນຕໍາກັບລົດກູ້ໄພ ຢູ່ 4 ແຍກໄຟອໍານາດໂພນສະອາດ ເມືອງໄຊເຊດຖາ ລົດກູ້ໄພບໍ່ມີໝາຍເລກທະບຽນ ເບີໂທ 1624 ຂັບຂີ່ໂດຍທ້າວ ອານຸວັດ ນັກຮຽນບ້ານໜອງດ້ວງ ເມືອງສີໂຄດຕະບອງ.

ເພື່ອແກ້ໄຂບັນຫາດັ່ງກາວທີ່ເກີດຂຶ້ນໃນຕໍ່ໜ້າ, ກົມຕໍາຫຼວດຈະລາຈອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະສືບຕໍ່ຝຶກອົບຮົມການຂັບຂີ່ປອດໄພໃຫ້ບັນ ດານັກຂັບຂີ່ຂອງໜ່ວຍກູ້ໄພໃນນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ບຸກ ຄົນເຫຼົ່ານັ້ນ ມີຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນຫຼາຍຂຶ້ນ ໃນການຂັບຂີ່ລົດຢູ່ຕາມທ້ອງຖະໜົນ ຮັບປະກັນໃຫ້ລົດກູ້ໄພທີ່ຮັບສົ່ງ ຄົນເຈັບໄປໂຮງໝໍດ້ວຍຄວາມປອດໄພ ປາສະຈາກການເກີດອຸບັດ ຕິເຫດຕາມທ້ອງຖະໜົນ.

No comments

Powered by Blogger.