ຈັບຕາ ຍຸດທະສາດທາງການທະຫານ ຂອງສະຫະລັດ ຕໍ່ເກົາຫຼີເໜືອ ທ່າມກາງຄວາມເປັນຫ່ວງຂອງພັນທະມິດໃນອາຊີ - ອິດສະຫຼະ

ຈັບຕາ ຍຸດທະສາດທາງການທະຫານ ຂອງສະຫະລັດ ຕໍ່ເກົາຫຼີເໜືອ ທ່າມກາງຄວາມເປັນຫ່ວງຂອງພັນທະມິດໃນອາຊີ



ລາຍງານທົບທວນດ້ານຍຸດທະສາດຂອງລັດຖະບານສະຫະລັດ ອາເມຣິກາ ທີ່ມີຕໍ່ເກົາຫຼີເໜືອ ລະບຸວ່າການໃຊ້ກຳລັງທະຫານຍັງຄົງເປັນໜຶ່ງໃນທາງເລືອກຂອງສະຫະລັດ ໃນການຕອບໂຕ້ຕໍ່ໄພຮຸກຮານຈາກເກົາຫຼີເໜືອ ແລະ ປົກປ້ອງພັນທະມິດຂອງສະຫະລັດໃນອາຊີ

Wall Street Journal ລາຍງານວ່າ ທີ່ຜ່ານມາປະທານາທິບໍດີ ໂດໂນ ທຣຳ ໄດ້ພະຍາຍາມຮັບຮອງກັບພັນທະມິດຂອງສະຫະລັດໃນອາຊີວ່າ ສະຫະລັດ ຈະບໍ່ປ່ອຍປະຂໍ້ຕົກລົງທີ່ໄດ້ເຮັດໄວ້ກັບພັນທະມິດໃນອາຊີ ແລະ ຜູ້ນຳສະຫະລັດຍັງໄດ້ກ່າວວ່າ ຈະຢຸດຢັ້ງການທົດສອບຂີປະນາວຸດ ແລະ ຫົວຮົບນິວເຄຼຍຂອງເກົາຫຼີເໜືອໃຫ້ໄດ້ ເຊິ່ງເຮັດໃຫ້ປະຊາຄົມໂລກຕ່າງກໍ່ຈັບຕາມອງເຖິງນະໂຍບາຍຂອງສະຫະລັດ ທີ່ມີຕໍ່ອາຊີ ພາຍໃຕ້ຍຸກສະໄໝຂອງໂດໂນ ທຣຳ.

ທີ່ຜ່ານມາສະຫະລັດ ພະຍາຍາມໃຊ້ແນວທາງການທູດ ແລະ ມາດຕະການລົງໂທດທາງເສດຖະກິດ ເພື່ອກົດດັນເກົາຫຼີເໜືອໃຫ້ຍົກເລີກໂຄງການນິວເຄຼຍ ແຕ່ວິທີດັ່ງກ່າວອາດໃຊ້ບໍ່ໄດ້ຜົນ ການທົບທວນດ້ານຍຸດທະສາດຂອງສະຫະລັດ ທີ່ມີຕໍ່ເກົາຫຼີເໜືອຄັ້ງຫຼ້າສຸດ ເກີດຂຶ້ນໃນຂະນະທີ່ມີເຫດການຫຼາຍຢ່າງໃນພູມມິພາກນີ້ ໂດຍເມື່ອເດືອນກ່ອນ ເກົາຫຼີເໜືອມີການທົດສອບຍິງຈະຫຼວດນຳວິຖີໄປຕົກໃນທະເລຍີ່ປຸ່ນ ແລະ ບໍ່ພໍເທົ່າໃດມື້ຕໍ່ມາ ອ້າຍຂອງຜູ້ນຳສູງສຸດເກົາຫຼີເໜືອ ກໍ່ຖືກລອບຂ້າເສຍຊີວິດທີ່ສະໜາມບິນໃນນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ແລະ ຂະນະນີ້ ເຈົ້າໜ້າທີ່ຈີນ ແລະ ເກົາຫຼີເໜືອໄດ້ຈັດປະຊຸມຮ່ວມກັນທີ່ນະຄອນຫຼວງປັກກິ່ງ ເຊິ່ງຖືເປັນຄັ້ງທຳອິດໃນຮອບເກືອບ 1 ປີ.

ລາຍງານຂອງ Wall Street Journal ເປີເຜີຍວ່າ ເຈົ້າໜ້າທີ່ສະຫະລັດ ໄດ້ເນັ້ນຢໍ້າເຖິງການໃຊ້ກຳລັງທະຫານຕໍ່ເກົາຫຼີເໜືອຫຼາຍຄັ້ງລະຫວ່າງປະຊຸມກັບປະເທດພັນທະມິດໃນອາຊີ ລວມທັງເມື່ອຕອນທີ່ທ່ານລັດຖະມົນຕີຍີ່ປຸ່ນ ຊິນໂຊ ອາເບະ ເດີນທາງຢ້ຽມຢາມສະຫະລັດ ອາເມຣິກາ ເມື່ອເດືອນທີ່ຜ່ານມາ.

ໂດຍມີການລະບຸໂດຍແຫຼ່ງຂ່າວທີ່ບໍ່ເປີດເຜີຍຊື່ວ່າ ທິດທາງການໃຊ້ກຳລັງທະຫານອາດເກີດຂຶ້ນໄດ້ ໃນກໍລະນີທີ່ເກົາຫຼີເໜືອກຽມພ້ອມທົດສອບຂີປະນາວຸດນຳວິຖີພິໄສໄກແບບຂ້າມທະວີບ ຫຼື Inter-Continental Ballistic Missile (ICBM) ທີ່ສາມາດໂຈມຕີໄດ້ໄກກວ່າ 5,500 ກມ.

ເຖິງຢ່າງໃດກໍ່ຕາມບັນດາຜູ້ນຳຍີ່ປຸ່ນ ແລະ ເກົາຫຼີໃຕ້ຕ່າງມີຄວາມເປັນຫ່ວງບໍ່ໜ້ອຍ ຫາກສະຫະລັດໃຊ້ກຳລັງທະຫານຕໍ່ເກົາຫຼີເໜືອຈິງ.

ທ່ານ ເທັດສຶໂອະ ໂຄທານິ ຈາກສະຖາບັນວິເຄາະກິດຈະການຕ່າງປະເທດຂອງຍີ່ປຸ່ນ ໃນນະຄອນຫຼວງໂຕກຽມ ກ່າວກັບ Wall Street Journal  ວ່າຍີ່ປຸ່ນກຳລັງຄິດຢ້ານທີ່ອາດຈະຖືກດຶງເຂົ້າໄປໃນສົງຄາມລະວຫ່າງສະຫະລັດ ກັບ ເກົາຫຼີເໜືອ ແລະ ຄວາມເປັນຫ່ວງອີກຢ່າງໜຶ່ງຄືຫາກ ສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອສາມາດເຈລະຈາຕົກລົງກັນໄດ້ ກໍ່ອາດສົ່ງຜົນໃຫ້ສະຫະລັດ ຫຼຸດບົດບາດໃນອາຊີລົງໄປ ເຊິ່ງງກໍ່ຈະບໍ່ເປັນຜົນດີຕໍ່ຍີ່ປຸ່ນທີ່ເປັນພັນທະມິດໃກ້ຊິດຂອງສະຫະລັດເຊັ່ນກັນ ແລະ ຍັງອາດເຮັດໃຫ້ຈີນເຊິ່ງຖືເປັນຄູ່ແຂ່ງສຳຄັນຂອງຍີ່ປຸ່ນໃນອາຊີ ມີອິດທິພົນໃນພູມມິພາກນີ້ຫຼາຍຂຶ້ນອີກດ້ວຍ ທ່ານ ເທັດສຶໂອະ ໂຄທານິ ລະບຸວ່າ "ການເຈລະຈາໂດຍກົງລະຫວ່າງປະທານາທິບໍດີໂດໂນ ທຣຳ ກັບຜູ້ນຳສູງສຸດດຂອງເກົາຫຼີເໜືອທ່ານ ຄິມ ຈອງ ອຶນ ຈະຖືເປັນຝັນຮ້າຍຂອງຍີ່ປຸ່ນເລຍກໍ່ວ່າໄດ້"

No comments

Powered by Blogger.