ລັດຖະບານລາວ ບໍ່ມີແຜນທີ່ຈະນຳເອົາທ້າວ ໄຊຊະນະ ແກ້ວພິມພາ ມາດຳເນີນຄະດີຢູ່ລາວ - ອິດສະຫຼະ

ລັດຖະບານລາວ ບໍ່ມີແຜນທີ່ຈະນຳເອົາທ້າວ ໄຊຊະນະ ແກ້ວພິມພາ ມາດຳເນີນຄະດີຢູ່ລາວ



ວິທະຍຸກະຈາຍສຽງແຫ່ງຊາດລາຍງານ: ລັດຖະບານລາວຢັ້ງຢືນຍັງບໍ່ທັນມີແຜນຈະນຳເອົາທ້າວໄຊຊະນະ ແກ້ວພິມພາຜູ້ຄ້າຂາຍຢາເສບຕິດລາຍໃຫ່ຍມາດຳເນີນຄະດີຢູ່ລາວ ເນື່ອງຈາກທ້າວ ໄຊຊະນະຖືກຈັບຢູ່ໄທຕ້ອງປະຕິບັດຕາມກົດໜາຍຂອງໄທ ແຕ່ເຈົ້າໜ້າທີ່ລາວ ແລະໄທຕ້ອງປະສານສົມທັບກັນຕື່ມເພື່ອສືບຕໍ່ນຳເອົາຜູ້ມີສ່ວນກ່ຽວຂ້ອງມາດຳເນີນຄະດີຕາມກົດໜາຍ.

ທ່ານ ຈະເລີນ ເຢຍປ່າວເຮີ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໃນນາມໂຄສົກລັດຖະບານ ໃຫ້ສໍາພາດພາຍຫລັງຖະແຫລງຂ່າວກ່ຽວກັບຜົນກອງປະຊຸມລັດຖະບານສະໄໜສາມັນປະຈຳເດືອນກຸມພາເມື່ອບໍ່ດົນມານີ້, ທີ່ສຳນັກງານນາຍົກລັດຖະມົນຕີວ່າ: ລັດຖະບານບໍ່ໄດ້ຕັ້ງບັນຫາວ່າຊິນຳຕົວທ້າວ ໄຊຊະນະມາລາວ ຫລືຈະດຳເນີນຄະດີຢູ່ໄທ ຊື່ງແນ່ນອນລັດຖະບານກໍ່ຄືເຈົ້າໜ້າທີ່ລາວ ແລະ ໄທຕ້ອງໄດ້ປະສານສົມທົບກັນ ເພື່ອປະຕິບັດກົດໜາຍລະຫວ່າງປະເທດໃຫ້ຖືກຕ້ອງ, ເຂັ້ມງວດແລະບໍ່ສາມາດອະນຸລົມໃຫ້ຜູ້ກະທຳຜິດກົດໜາຍອີກຕໍ່ໄປ.

ໃນກອງປະຊຸມລັດຖະບານສະໄໜສາມັນປະຈຳເດືອນກຸມພາໄດ້ຮັບຟັງການລາຍງານຢ່າງເປັນລະບົບຄົບຊຸດຈາກລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກ່ຽວກັບສະ ພາບລວມປະກົດການຫຍໍ້ທໍ້ຕ່າງໆເຊັ່ນກັນ. ທ້າວ ໄຊຊະນະ ແກ້ວພິມພາ ຫລືວັນລົບອາຍຸ 42 ປີ ຖືກເຈົ້າໜ້າທີ່ຕຳຫລວດໄທຈັບໃນວັນທີ 19 ມັງກອນປີນີ້, ທີ່ສະຫນາມບິນສຸວັນນະພູມ ພາຍຫລັງເດີນທາງກັບຈາກພູເກັດ ປະເທດໄທໃນຂໍ້ຫາເປັນ ເຄື່ອຂ່າຍຄ້າຢາເສບຕິດລາຍໃຫຍ່ ແລະພົວພັນກັບກຸ່ມຄ້າຢາເສບຕິດລາຍໃຫຍ່ໃນພາກໃຕ້ຂອງໄທ, ປະຈຸບັນຜູ້ກ່ຽວຍັງຖືກດຳເນີນຄະດີຢູ່ໄທ. ເມື່ອບໍ່ດົນມານີ້ ພົນຈັດຕະວາ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳ ຫລວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຂ່າວກ່ຽວກັບເຫດການແກ້ໄຂເຄືອຄ່າຍກຸ່ມເປົ້າ ໝາຍຄ້າ - ຂາຍຢາເສບຕິດ ແລະຕິດພັນກັບບັນຫາອາວຸດເສິກແຕ່ພາກເໜືອລົງຮອດພາກໃຕ້ ນັບແຕ່ ວັນທີ 16 ກັນຍາ 2016 ເຖິງວັນທີ 24 ມັງກອນປີນີ້ ສາມາດຈັບຕົວຜູ້ຖືກຫາໄດ້ທັງໝົດ 33 ຄົນ, ຍິງ 11 ຄົນ ຢືດຂອງກາງຄະດີໄດ້ຫລາຍລາຍການເຊັ່ນ: ຢາເສບຕິດຫລາຍຊະນິດ, ອາວຸດເສີກ (ປຶນ)ຫລາຍກະບອກ, ເງິນສົດສະກຸນຕ່າງໆ, ວັດຖຸມີຄ່າຈຳນວນໜຶ່ງ ແລະ ອື່ນໆ, ອາຍັດເຮືອນ, ໂຮງແຮມ, ຕະຫລາດ, ຮ້ານອາຫານ, ໂຮງເຟີນີເຈີ້, ໂຮງງານສັງກະສີ, ສາງ, ກາລາລົດ, ຫ້ອງແຖວ, ປ້ຳນ້ຳມັນ, ລົດໃຫຍ່, ເຮືອແຈັດສະກີ ແລະ ອື່ນໆ.

ຂ່າວ ແລະພາບໂດຍ: ຈັນທະສອນ (ວິທະຍຸ ກະຈາຍສຽງແຫ່ງຊາດ)

No comments

Powered by Blogger.