ອພສ ສັ່ງໃຫ້ເຂັ້ມງວດຕໍ່ພະສົງສາມະເນນໃນການໃຊ້ສື່ອອນລາຍ - ອິດສະຫຼະ

ອພສ ສັ່ງໃຫ້ເຂັ້ມງວດຕໍ່ພະສົງສາມະເນນໃນການໃຊ້ສື່ອອນລາຍ



ອີງການແຈ້ງການຂອງຫ້ອງການສູນກາງອົງການພຸດທະສາສະໜາສຳພັນລາວ ເລກທີ 020/ອພສ ລົງວັນທີ 21 ກຸມພາ 2017 ເລື່ອງການເຂັ້ມງວດກວດຂັນພະສົງສາມະເນນໃນການໃຊ້ເຕັກໂນໂລຊີ ອິນເຕີເນັດ ໄດ້ແຈ້ງໃຫ້ປະທານອົົງການພຸດທະສາສະໜາສຳພັນລາວທຸກໆແຂວງໃນທົ່ວປະເທດຮັບຊາບ ແລະ ຈັດຕັ້ງປະຕິບັດໃນການເຂັ້ມງວດກວດຂັນພະສົງສາມະເນນໃນແຕ່ລະວັດເລື່ອງການນຳໃຊ້ເຕັກໂນໂລຊີອິນເຕີເນັດເຊັ່ນ: facebook, WhatsApp ແລະ ສື່ອອນລາຍຕ່າງໆ

No comments

Powered by Blogger.