Youtube ເປີດຕົວ "Youtube TV" ປັບຕົວເພື່ອຮັບມືກັບຄົນລຸ້ນໃໝ່ - ອິດສະຫຼະ

Youtube ເປີດຕົວ "Youtube TV" ປັບຕົວເພື່ອຮັບມືກັບຄົນລຸ້ນໃໝ່



ສຳນັກຂ່າວຕ່າງປະເທດລາຍງານ 1 ມີນາ 2017: ນາງ ຊູຊານ ວອດຊິກກີ ປະທານກຳມະການບໍລິຫານຂອງ Youtube ເປີດເຜີຍຜ່ານການສະຕຣີມມິງວິດີໂອຈາກສຳນັກງານວ່າ ໂຄງການກຽມເປີດໃຫ້ບໍລິການແບບໃໝ່ "Youtube TV" ເຊິ່ງຈະເລີ່ມຕົ້ນໃນຕະຫຼາດສະຫະລັດ ອາເມຣິກາເປັນແຫ່ງທຳອິດໃນອີກບໍ່ພໍເທົ່າໃດເດືອນຂ້າງໜ້ານີ້ ໂດຍເກັບຄ່າບໍລິການ 35$ ຕໍ່ເດືອນ ເຊິ່ງໃນການສະໝັກສະມາຊິກ 1 ຄັ້ງສາມາດມີຜູ້ໃຊ້ໄດ້ 6 ຄົນ.

ໂດຍບໍລິການໃໝ່ນີ້ຈະເຮັດໃຫ້ຜູ້ໃຊ້ບໍລິການສາມາດເຂົ້າເຖິງຂ່າວສານ ແລະ ລາຍການຕ່າງໆຂອງເຄືອຄ່າຍໂທລະພາບສະຖານີຕ່າງໆແບບສົດໆເຊັ່ນ: ABC, Fox, NBC ລວມທັງເຄືອຄ່າຍລາຍການກີລາ ແລະ ເຄເບິ້ນທີວີຍອດນິຍົມອີກຈຳນວນໜຶ່ງ ໂດຍທ່ານ ນາງ ວອດຊີກກີ ກ່າວ່າ Youtube TV ຖືກອອກແບບມາເພື່ອໃຫ້ບໍລິການທີ່ສອດຄ່ອງກັບຄວາມຕ້ອງການຂອງກຸ່ມຄົນລຸ້ນໃໝ່ໃນການເບິ່ງໂທລະພາບ, ບໍ່ວ່າເວລາໃດ, ເນື້ອໃນລາຍການໃດ ແລະ ດ້ວຍວິທີການໃດກໍ່ໄດ້ໂດຍບໍ່ຕ້ອງມີຂໍ້ຜູກມັດ ນອກຈາກນີ້ຍັງສາມາດບັນທຶກລາຍການທີ່ມັກເກັບໄວ້ໃນຄລາວເຊີເວີໄດ້ແບບບໍ່ຈຳກັດ.

No comments

Powered by Blogger.