iPhone 8 ອອກແບບໄດ້ຢ່າງສຸດຍອດ ໂດຍ Gabor Balogh ແລະ ອາດເຮັດໄດ້ແທ້ - ອິດສະຫຼະ

iPhone 8 ອອກແບບໄດ້ຢ່າງສຸດຍອດ ໂດຍ Gabor Balogh ແລະ ອາດເຮັດໄດ້ແທ້



iPhone 8 ທີ່ລໍຖ້າເປີດຕົວໃນອີກບໍ່ດົນນີ້ເປັນກະແສທີ່ມາແຮງຫຼາຍ ແຕ່ກໍ່ຍັງບໍ່ມີສິ່ງໃດລະບຸຊັດເຈນເຖິງການເພີ່ມເຕັກໂນໂລຊີເຂົ້າໄປໃນ iPhone ລຸ້ນນີ້ ແຕ່ໃນໂລກອອນລາຍ ມີການອອກແບບຕົວຢ່າງ iPhone ທີ່ມີຊື່ວ່າ iPhone X Concept ທີ່ໃຜເຫັນແລ້ວກໍ່ຕ້ອງຮ້າງ ວ້າວ...!


Concept ຂອງ iPhone 8 ຖືກອອກແບບໂດຍ Gabor Balogh ນັກອອກແບບຊາວຮົງກາລີ ໂດຍການອອກແບບໃຫ້ມີຄວາມກ່ຽວຂ້ອງກັບການໃຊ້ຊີວິດປະຈຳວັນຂອງເຮົາ ເຊິ່ງເຮັດໃຫ້ເຫັນວ່າ Apple ອາດສາມາດນຳ Siri ອອກມາໃຊ້ງານໄດ້ໃນໂລກຂອງຄວາມເປັນຈິງ ການຈຳລອງໃນແບບຂອງ Balogh ຈະສະແດງໃຫ້ເຫັນວ່າ Siri ຖືກໃຊ້ງານກ່ຽວກັບການລະບຸອັດຕາການເຕັ້ນຂອງຫົວໃຈ ແລະ ອຸນຫະພູມຂອງຮ່າງກາຍ ໂດຍຫັນ iPhone ໄປໃສ່ວັດຖຸ ຫຼື ບຸກຄົນ ແລະ ຍັງຄາດການອີກວ່າ Siri ສາມາດບອກເສັ້ນທາງທີ່ເຮົາຕ້ອງການຈະໄປໃຫ້ເຮົາເປັນພາບໄດ້ຜ່ານທາງໜ້າຈໍ iPhone


ສິ່ງທີ່ຖືກອອກແບບໂດຍ ​Gabor Balogh ມັນໜ້າສົນໃຈຫຼາຍ ແລະ ເຊື່ອວ່າຫຼາຍໆຄົນກໍ່ຄົງຢາກຈະເຫັນລະບົບການເຮັດວຽກແບບນີ້ຄືກັນ ແມ່ນຫຍັງຈະເກີດຂຶ້ນກັບເຕັກໂນໂລຊີໃນອະນາຄົດອາດຈະຊ່ວຍໃຫ້ຄວາມຝັນຂອງ Gabor Balogh ເປັນຈິ່ງຂຶ້ນມາກໍ່ໄດ້ ກ່ຽວກັບການໃຊ້ງານຂອງ Siri AR ທີ່ຈະມີຊີວິດຊີວາຫຼາຍຂຶ້ນໃນມື້ໃດມື້ໜຶ່ງຂ້າງໜ້າ

No comments

Powered by Blogger.