ດ່ວນ...! ເກີດເຫດຍິງກັນຕາຍທີ່ສະໜາມບິນນະຄອນຫຼວງປາຣີ - ອິດສະຫຼະ

ດ່ວນ...! ເກີດເຫດຍິງກັນຕາຍທີ່ສະໜາມບິນນະຄອນຫຼວງປາຣີ



ສຳນັກຂ່າວຕ່າງປະເທດລາຍງານ 18 ມີນາ 2017 ວ່າ: ເຈົ້າໜ້າທີ່ຄວາມໝັ້ນຄົງຂອງລັດຖະບານຝຣັ່ງ ເພີ່ມມາດຕະການເຂັ້ມງວດດ້ານຄວາມປອດໄພຢ່າງແໜ້ນໜາທັນທີ ຫຼັງເກີດເຫດຊາຍນິລະນາມຜູ້ໜຶ່ງຖືກຍິງເສຍຊີວິດ ຫຼັງຍາດປືນຈາກທະຫານຄົນໜຶ່ງ ພາຍໃນສະໜາມບິນອໍລີ ນະຄອນຫຼວງປາຣີ ປະເທດຝຣັ່ງ.

ເຊິ່ງພະຍານຜູ້ເຫັເຫດການ ແລະ ໄດ້ຍິນສຽງປືນດັງເລົ່າວ່າ ຫຼັງເກີດເຫດເຈົ້າໜ້າທີ່ໄດ້ອົບພະຍົບຄົນອອກຈາກສະໜາມບິນດັ່ງກ່າວ ແລະ ຫ້າມບໍ່ໃຫ້ຜູ້ໂດຍສານເຂົ້າໄປໃນພື້ນທີ່ເກີດເຫດ ເຊິ່ງນອກຈາກຈະມີເຈົ້າໜ້າທີ່ດ້ານຄວາມໝັ້ນຄົງເຂົ້າໄປກວດສອບໃນຈຸດເກີດເຫດແລ້ວ ທາງການຍັງສົ່ງເຈົ້າໜ້າທີ່ເກັບກູ້ລະເບີດເຂົ້າໄປໃນຈຸດັ່ງກ່າວອີກດ້ວຍ.


No comments

Powered by Blogger.