ຈີນ-ສະຫະລັດ ອາເມຣິກາ ປຶກສາຫາລືເລື່ອງເກົາຫຼີເໜືອ - ອິດສະຫຼະ

ຈີນ-ສະຫະລັດ ອາເມຣິກາ ປຶກສາຫາລືເລື່ອງເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 18 ມີນາ 2017 ວ່າ: ທ່ານ ເຣັກ ທິວເລີສັນ ລັດຖະມົນຕີຕ່າງປະເທດສະຫະລັດ ເດີນທາງຢ້ຽມຢາມນະຄອນຫຼວງປັກກິ່ງ ປະເທດຈີນ ລະຫວ່າງວັນເສົາເຖິງວັນອາທິດນີ້ ເຊິ່ງເປັນຈຸດໝາຍສຸດທ້າຍຂອງການເດີນທາງຢ້ຽມຢາມກຸ່ມປະເທດໃນອາຊີຕາເວັນອອກ ໂດຍເລີ່ມຈາກການຢ້ຽມຢາມປະເທດຍີ່ປຸ່ນເປັນປະເທດທຳອິດ ຕໍ່ມາແມ່ນເກົາຫຼີໃຕ້ ເຖິງຢ່າງໃດກໍ່ຕາມ ແຕ່ການຢ້ຽມຢາມຈີນຂອງທ່ານ ທິວເລີສັນ ໃນຄັ້ງນີ້ໄດ້ຮັບການຈັບຕາມອງຫຼາຍທີ່ສຸດວ່າເປັນ "ດ່ານຫິນ" ແລະ ເປັນບົດທົດສອບສຳຄັນທີ່ສຸດຂອງທ່ານ ທິວເລີສັນ ເຊິ່ງບໍ່ມີປະສົບການດ້ານການທູດມາກ່ອນ ຈາກການທີ່ປະທານາທິບໍດີໂດໂນ ທຣຳ ສົ່ງສັນຍານມາໄລຍະໜຶ່ງແລ້ວວ່າ ສະຫະລັດຈະບໍ່ "ສະແດງບົດບາດຄວາມອົດທົນ" ຕໍ່ເກົາຫຼີເໜືອ ປະເທດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງລັດຖະບານຈີນ.

ທ່າທີ່ດັ່ງກ່າວຂອງຜູ້ນຳສະຫະລັດໄດ້ຮັບການຖ່າຍທອດຜ່ານທ່ານ ທິວເລີສັນ ເຊິ່ງກ່າວລະຫວ່າງການຢ້ຽມຢາມນະຄອນຫຼວງໂຕກຽວວ່າ ນະໂຍບາຍຂອງນານາຊາດເລື່ອງເກົາຫຼີເໜືອທີ່ພະຍາຍາມຊັກດັນກັນມາຕະຫຼອດ 20 ປີທີ່ຜ່ານມານັ້ນ "ລົ້ມເຫຼວ" ແລະ ກ່າວກັບທ່ານ ບະຢອງ ເຊ ລັດຖະມົນຕີກະຊວງປ້ອງກັນປະເທດເກົາຫຼີໃຕ້ວ່າ ການໃຊ້ "ນະໂຍບາຍທາງການທະຫານ" ເປັນໜຶ່ງໃນທາງເລືອກຂອງລັດຖະບານສະຫະລັດໃນການປົກປ້ອງເກົາຫຼີໃຕ້ທີ່ເປັນພັນທະມິດ ຫາກສະຖານະການໃນຄາບສະໝຸດເກົາຫຼີທະວີຄວາມຮຸນແຮງຈາກການກະທຳຂອງລັດຖະບານເກົາຫຼີເໜືອ

ທັງນີ້ການທີ່ຈີິນເປັນປະເທດຜູ້ອຸປະຖຳລາຍສຳຄັນທີ່ສຸດຂອງເກົາຫຼີເໜືອ ຈຶ່ງບໍ່ແມ່ນເລື່ອງແປກຫາກລັດຖະບານຈີນຈະຍັງຄົງມີຈຸດຢືນຄົນລະຝາກກັບສະຫະລັດ ອາເມຣິກາຕໍ່ສະຖານະການໃນຄາບສະໝຸດເກົາຫຼີ ເຖິງວ່າການສະແດງອອກຂອງລັດຖະບານເກົາຫຼີເໜືອໃນຍຸກຂອງທ່ານ ຄິມ ຈອງ-ອຶນ ຈະສ້າງຄວາມຂຸ່ນເຄືອງໃຈໃຫ້ແກ່ຈີນຫຼາຍຂຶ້ນໃນໄລຍະຜ່ານມາ ທີ່ຫຼາສຸດນີ້ຄືການທົດສອບຂີປະນາວຸດພິໄສໃກ້ 4 ລູກ ເມື່ອຕົນເດືອນຜ່ານມາ ເຊິ່ງຈະຫຼວດ 3 ລູກຕົກລົງໃນນ່ານນໍ້າທີ່ເປັນເຂດເສດຖະກິດພິເສດຂອງຍີ່ປຸ່ນ ເປີດໂອກາດໃຫ້ສະຫະລັດເລີ່ມການຕິດຕັ້ງລະບົບປ້ອງກັນຂີປະນາວຸດເພດານບິນສູງ (THAAD) ໃນເກົາຫຼີໃຕ້ທັນທີ ເຊິ່ງລັດຖະບານຈີນບໍ່ພໍໃຈຢ່າງຍິງ ແລະ ເປັນບັນຫາສຳຄັນທີ່ທ່ານ ຫວັງ ອີ້ ລັດຖະມົນຕີຕ່າງປະເທດຂອງຈີນ ຈະຍົກຂຶ້ນມາປຶກສາຫາລືກັບທ່ານ ທິວເລີສັນ.


No comments

Powered by Blogger.