ໄຂປິດສະນາ "ເປັນຫຍັງງູຈຶ່ງບໍ່ມີຂາ" ນີ້ບໍ່ແມ່ນວິວັດທະນາການແຕ່ຄືການກາຍພັນ ສາເຫດເກີດຈາກຫຍັງ - ອິດສະຫຼະ

ໄຂປິດສະນາ "ເປັນຫຍັງງູຈຶ່ງບໍ່ມີຂາ" ນີ້ບໍ່ແມ່ນວິວັດທະນາການແຕ່ຄືການກາຍພັນ ສາເຫດເກີດຈາກຫຍັງ



ງູເປັນສັດເລືອຄານຊະນິດໜຶ່ງທີ່ມີທັງສາຍພັນມີພິດ ແລະ ບໍ່ມີພິດ ແຕ່ຮູ້ບໍ່ວ່າງູນທີ່ເຮົາເຫັນກັນໃນປັດຈຸບັນເປັນຫຍັງຈຶ່ງບໍ່ມີແຂນ ແລະ ບໍ່ມີຂາ ມື້ນີ້ພວກເຮົາຈະພາທ່ານຫວນຄືນກັບໄປໃນໄລຍະທີ່ພວກມັນຍັງມີແຂນແລະຂາເມື່ອ 150 ລ້ານປີທີ່ຜ່ານມາ ເພື່ອຫາຄຳຕອບໃຫ້ກັບເລື່ອງນີ້

ນັກວິທະຍາສາດຂອງ Lawrence Berkeley National Laboratory และ University of Florida College of Medicine ປະເທດສະຫະລັດ ອາເມຣິກາໄດ້ຫາຄຳຕອບໃຫ້ກັບເລື່ອງນີ້ ເຊິ່ງມີການທົດລອງໂດຍ The Zone of Polarizing Activity Regulatory Sequence (ZRS) DNA ອອກມາຈາກໄຂ່ທີ່ປະຕິສົນທິແລ້ວຂອງໜູທົດລອງ ແລະ ໄດ້ສີດ DNA ສ່ວນ ZRS ຂອງງູເຂົ້າໄປແທນ ຜົນການທົດລອງພົບວ່າໜູທົດລອງທີ່ເກີດມາໃໝ່ນັ້ນບໍ່ມີທັງແຂນ ແລະ ຂາ.

ນັກວິທະຍາສາດຈຶ່ງໄດ້ມີການສຶກສາກ່ຽວກັບ The Zone of Polarizing Activity Regulatory Sequence ໃນ DNA ຂອງງູຢ່າງລະອຽດອີກຄັ້ງ ສາເຫດທີ່ເຮັດໃຫ້ງູບໍ່ມີແຂນ ແລະ ຂາ DNA ສ່ວນນີ້ເຖິງ 17 ຄູ່ຈາກ DNA ຂອງງູທັງໝົດ 36 ຄູ່ ເຊິ່ງເກີດຈາກການກາຍພັນເອງຕາມທຳມະຊາດຢ່າງຕໍ່ເນື່ອງຂອງ The Zone of Polarizing Activity Regulatory Sequence ໃນ DNA ຂອງງູຕັ້ງແຕ່ 150 ລ້ານປີທີ່ຜ່ານມາ ຈຶ່ງເຮັດໃຫ້ງູໃນຍຸກນີ້ບໍ່ມີແຂນ ແລະ ຂາ ຄືກັບດັ່ງທີ່ເຮັດເຫັນທຸກມື້ນີ້.

ຈາກການທົດລອງໃນຄັ້ງນີ້ເຮັດໃຫ້ເຫັນວ່າ The Zone of Polarizing Activity Regulatory Sequence ໃນ DNA ຄືປັດໄຈສຳຄັນທີ່ເຮັດໃຫ້ເກີດການປ່ຽນແປງຂອງແຂນ ແລະ ຂາໃນງູນັ້ນເອງ

No comments

Powered by Blogger.