ສະຫະລັດ ອາເມຣິກາ ຂູ່ໃຊ້ກຳລັງທາງການທະຫານຈັດການເກົາຫຼີເໜືອ - ອິດສະຫຼະ

ສະຫະລັດ ອາເມຣິກາ ຂູ່ໃຊ້ກຳລັງທາງການທະຫານຈັດການເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 18 ມີນາ 2017 ວ່າ: ຄຳເວົ້າທີ່ແຂງແກ່ນຈາກລັດຖະມົນຕີຕ່າງປະເທດສະຫະລັດ ອາເມຣິກາ ທີ່ເດີນທາງຢ້ຽມຢາມອາຊີເປັນຄັ້ງທຳອິດ ອາດຈະເປັນການສົ່ງສັນຍານຄວາມປ່ຽນແປງນະໂຍບາຍຂອງສະຫະລັດທີ່ມີຕໍ່ປະເທດທີ່ຖືກປ່ອຍໃຫ້ໂດດດຽມຈາກສັງຄົມໂລກ ການເດີນທາງຂອງທ່ານ ທິວເລີສັນ ມີຂຶ້ນຫຼັງຈາກທີ່ເກົາຫຼີເໜືອທົດສອບຍິງຂີປະນາວຸດເມື່ອອາທິດທີ່ຜ່ານມາ ໂດຍລະບຸວ່າເປັນການເຝິກຊ້ອມໂຈມຕີຖານທັບອາກາດສະຫະລັດໃນປະເທດຍີ່ປຸ່ນ.

ປັດຈຸບັນກອງທັບສະຫະລັດມີທະຫານ 28,000 ຄົນ ປະຈຳການຢູ່ໃນປະເທດເກົາຫຼີໃຕ້ ເພື່ອຊ່ວຍປ້ອງກັນໄພຮຸນຮານຈາກເກົາຫຼີເໜືອ, ເຊິ່ງນະຄອນຫຼວງໂຊຂອງເກົາຫຼີໃຕ້ ຢູ່ໃນໄລຍະຍິງເຖິງຂອງລູກປືນໃຫຍ່ເກົາຫຼີເໜືອ ແລະ ບັນດານັກວິເຄາະເຊື່ອວ່າຄວາມຂັດແຍ່ງໃດໆທີ່ສ່ຽງຕໍ່ການລຸກລາມຈະເກີດການສູນເສຍຢ່າງມະຫາສານ.

ທ່ານ ທິວເລີສັນ ກ່າວວ່ານະໂຍບາຍຄວາມອົດທົນທາງຍຸດທະສາດ (Strategic patience) ຂອງສະຫະລັດຕໍ່ເກົາຫຼີເໜືອ ເຊິ່ງເປັນຈຸດຢືນຂອງລັດຖະບານຊຸດເກົ່າພາຍໃຕ້ການນຳຂອງປະທານາທິບໍດີບາຣັກ ໂອບາມາ ສິ້ນສຸດລົງແລ້ວ.

ພາຍໃຕ້ນະໂຍບາຍດັ່ງກ່າວ ສະຫະລັດຈະບໍ່ໃຊ້ກຳລັງທະຫານກັບເກົາຫຼີເໜືອ ຈົນກວ່າເກົາຫຼີເໜືອຈະສະແດງໃຫ້ເຫັນຊັດເຈນເຖິງການປົດອາວຸດນິວເຄຼຍ ແລະ ຫວັງວ່າຄວາມກົດດັນພາຍໃນປະເທດທີ່ຖືກປ່ອຍໃຫ້ໂດດດຽວຈະເຮັດໃຫ້ເກີດຄວາມປ່ຽນແປງ.

ທ່ານ ທິວເລີສັນ ກ່າວໃນລະຫວ່າງການຖະແຫຼງຂ່າວຮ່ວມກັບທ່ານ ຢຸນ ບຸງເຊ ລັດຖະມົນຕີຕ່າງປະເທດເກົາຫຼີໃຕ້ ພາຍລັງສຳເລັດການຫາລືຢູ່ກະຊວງການຕ່າງປະເທດເກົາຫຼີໃຕ້ ໃນນະຄອນຫຼວງໂຊ ເມື່ອວັນສຸກທີ່ຜ່ານມາວ່າ: ສະຫະລັດກຳລັງສຳຫຼວດການໃໝ່ໆທາງດ້ານການທູດ, ຄວາມໝັ້ນຄົງ ແລະ ເສດຖະກິດ "ທຸກທາງເລືອກແມ່ນຢູ່ເທິງໂຕະ" ທ່ານ ທິວເລີສັນ ກ່າວ "ແນ່ນອນວ່າເຮົາບໍ່ຕ້ອງການເຮັດແບບນັ້ນ ໝາຍເຖິງໃຊ້ກຳລັງທາງການທະຫານ ແຕ່ຖ້າຫາກເຂົາເຈົ້າຍົກລະດັບໄພຮຸກຮານຈາກໂຄງການອາວຸດ ເຖິງຂັ້ນທີ່ເຮົາເຊື່ອວ່າຕ້ອງຈັດການ ນັ້ນແລະຄືທາງເລືອກ"


No comments

Powered by Blogger.