ເປຣູ ປະສົບໄພນໍ້າຖ້ວມຢ່າງຮຸນແຮງ - ອິດສະຫຼະ

ເປຣູ ປະສົບໄພນໍ້າຖ້ວມຢ່າງຮຸນແຮງ



ສຳນັກຂ່າວຕ່າງປະເທດລາຍງານ 18 ມີນາ 2017 ວ່າ: ປະທານາທິບໍດີເປໂດຣ ປາໂບນ ຄຸກຊິນສະກີ ຜູ້ນຳເປຣູ ລົງນາມອະນຸມັດງົບປະມານສຸກເສີນ 2,500 ລ້ານໂຊ ເພື່ອບັນເທົາວິກິດໄພນໍ້າຖ້ວມ "ແບບກະທັນຫັນ" ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 67 ຄົນ ແລະ ປະຊາຊົນຫຼາຍກວ່າ 70,000 ຄົນຕ້ອງອົບພະຍົບຈາກບ້ານເຮືອນໃນອາທິດນີ້, ອາຄານ ແລະ ສິ່ງປຸກສ້າງ 115,000 ແຫ່ງໄດ້ຮັບຄວາມເສຍຫາຍ ແລະ ຂົວຢ່າງໜ້ອຍ 117 ແຫ່ງເສຍຫາຍເພາະກະແສນໍ້າໄຫຼແຮງ ໂດຍເຂດທີ່ປະສົບໄພຮ້າຍແຮງທີ່ສຸດຢູ່ໃນພາກເໜືອ ເລື້ອຍລົງມາຈົນເຖິງນະຄອນຫຼວງມິມາເຊິ່ງຢູ່ທິດຕາເວັນຕົກຕອນກາງຂອງປະເທດ


ຂະນະທີ່ນັກວິເຄາະສະຖານະການໄດ້ກ່າວວ່າ ໄພນໍ້າຖ້ວມຄັ້ງນີ້ເປັນຜົນຈາກປະກົດການເອວນີໂຢໃນຮູບບນີ້ ທີ່ມີຄວາມປັນປ່ວນ ແລະ ຮຸນແຮງຢ່າງຜິດປົກກະຕິ ຫຼາຍກວ່າໃນຮອບຫຼາຍທົດສະວັດທີ່ຜ່ານມາ ໂດຍໃນກໍລະນີຂອງການເກີດນໍ້າຖ້ວມໜັກ ແລະ ດິນເຈື່ອນທີ່ເປຣູໃນຄັ້ງນີ້ຖືວ່າມີຄວາມຮຸນແຮງທີ່ສຸດນັບຕັ້ງແຕ່ປາກົດການເອວນີໂຢເມື່ອປີ 1998 ແລະ ອາດກິນເວລາອີກປະມານ 1 ເດືອນ ດ້ານສຳນັກງານອຸຕິນິຍົມວິທະຍາຂອງສະຫະລັດວິເຄາະໂອກາດການເກີດປາກົດການເອວນີໂຢໃນອີກເຄື່ອງປີຫຼັງຂອງປີນີ້ໄວ້ທີ່ 50% - 55%


No comments

Powered by Blogger.