ສປປ.ລາວ - ມາເລເຊຍ ຍົກລະດັບຄວາມຮ່ວມມືລະຫວ່າງກັນໃນຫຼາຍດ້ານ - ອິດສະຫຼະ

ສປປ.ລາວ - ມາເລເຊຍ ຍົກລະດັບຄວາມຮ່ວມມືລະຫວ່າງກັນໃນຫຼາຍດ້ານ



ລາຍງານ 18 ມີນາ 2017: ສປປ.ລາວ ແລະ ມາເລເຊຍຕ້ອງການຍົກລະດັບຄວາມຮ່ວມມືດ້ານຕ່າງໆລະຫວ່າງກັນໃຫ້ຫຼາຍຂຶ້ນທັງທາງດ້ານການລົງທຶນ, ການເງິນການທະນາຄານ, ການຂົນສົ່ງ, ການທ່ອງທ່ຽວ ແລະ ການສຶກສາ ປະເດັນຕ່າງໆເຫຼົ່ານີ້ມີການປຶກສາຫາລືກັນລະຫວ່າງລັດຖະມົນຕີຕ່າງປະເທດຂອງທັງ 2 ປະເທດ ໂດຍການເດີນທາງຢ້ຽມຢາມປະເທດມາເລເຊຍຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດຂອງລາວ, ຕະຫຼອດໄລຍະ 5 ທົດສະວັດທີ່ຜ່ານມາຄວາມສຳພັນຂອງທັງ 2 ປະເທດໄດ້ພັດທະນາໄປໃນທາງທີ່ສ້າງສັນ ແລະ ກໍ່ໃຫ້ເກີດປະໂຫຍດຕໍ່ທັງ 2 ຝ່າຍ ແລະ ໃນເດືອນພຶດສະພານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ຈະເດີນທາງຢ້ຽມຢາມປະເທດມາເລເຊຍ.

No comments

Powered by Blogger.