8 ຢ່າ ຖ້າບໍ່ຢາກໃຫ້ຄວາມຮັກອາຍຸສັ້ນ - ອິດສະຫຼະ

8 ຢ່າ ຖ້າບໍ່ຢາກໃຫ້ຄວາມຮັກອາຍຸສັ້ນ



ຖ້າບໍ່ຢາກໃຫ້ຄວາມຮັກນີ້ມີບັນຫາກໍ່ຈົ່ງ "ຢ່າ" ເຮັດໃນສິ່ງຕໍ່ໄປນີ້ ເພາະຄວາມສຳພັນໄລຍະຍາວ ຕ້ອງອາໄສເວລາສ້າງ

1. ຢ່າທຸກ: ບໍ່ຈຳເປັນຕ້ອງເຖິງຂັ້ນເປັນເສດຖີ ພຽງແຕ່ທ່ານຕ້ອງມີວຽກເຮັດງານທຳເປັນຫຼັກເປັນແຫຼ່ງ ຢ່າຂີ້ຄ້ານທີ່ຈະເຮັດວຽກ ແລະ ທ້ອນເງິນ ເພາະເງິນທ້ອນກໍ່ຖືເປັນສິ່ງໜຶ່ງທີ່ສຳຄັນຫຼາຍ ຖ້າຫາກຄູ່ຮັກປະສົບບັນຫາທາງອອກສຳຮອງກໍ່ຍັງພໍມີ ຈະໄດ້ບໍ່ເດືອດຮ້ອນຈົນກະທົບເຖິງໝູ່ເພື່ອ ແລະ ຍາດພີ່ນ້ອງ ຖ້າເວົ້າກັນແບບຊື່ໆ ແມ່ນໃຜກໍ່ຢາກຈະຫຼຸດພົ້ນຈາກສະພາບຄວາມທຸກຍາກທັງນັ້ນ ເພາະຄວາມຮັກຄືການເດີນທາງທີ່ຍາວໄກກໍ່ຕ້ອງອາໄສເງິນເປັນຫຼັກຄໍ້າປະກັນ ບໍ່ເປັນສິ່ງທີ່ຜິດທີ່ບັນຫານີ້ຈະມີຜົນຫຼາຍທີ່ສຸດຕໍ່ການຕັດສິນໃຈຂອງບັນດາຄູ່ຮັກທັງຫຼາຍ.

2. ຢ່າພະຍາຍາມປ່ຽນແປງຄົນອື່ນ: ທ່ານບໍ່ໄດ້ຢູ່ພຽງລຳພັງ ສະນັ້ນ, ການປັບຕົວຈຶ່ງຖືເປັນເລື່ອງທີ່ສຳຄັນ ຊີວິດຄູ່ຄື ການຮຽນຮູ້ເຊິ່ງກັນ ແລະ ກັນ ແຕ່ບໍ່ໄດ້ໝາຍຄວາມວ່າ ທ່ານຈະບໍ່ສາມາດເປັນຕົວຂອງຕົວເອງໄດ້ ຖ້າອີກຝ່າຍເຮັດໃຫ້ທ່ານບໍ່ສະບາຍໃຈໃນແບບທີ່ຮັບບໍ່ໄດ້ແທ້ໆ ກໍ່ລອງບອກສິ່ງນັ້ນໃຫ້ເຂົາເຈົ້າຟັງໂດຍກົງ ຢ່າໃຊ້ນໍ້າສຽງແຂງກະດ້າງ ເພາະຖ້າປັບຕົວບໍ່ໄດ້ການຢູ່ຄົນດຽວຊິບໍ່ສະບາຍໃຈກວ່າບໍ່?

3. ຢ່າຂີ້ຕົວະ: ຍິ່ງຂີ້ຕົວະຢູ່ເລື້ອຍໆ ຄວາມຮູ້ສຶກດີໆທີ່ມີໃຫ້ກັນກໍ່ຈະຄ່ອຍໆໝົດໄປ ແລະ ກໍ່ຄົງບໍ່ມີມື້ທີ່ຈະຮຽກກັບຄືນມາໄດ້ອີກ ຖ້າເຮັດຜິດຢ່າຄິດຍາກທີ່ຈະຂໍໂທດ ໃນເມື່ອເຄີຍເວົ້າຄຳວ່າຮັກ, ຄຳວ່າຄິດຮອດໄດ້ ເປັນຫຍັງຄຳວ່າ ຂໍໂທດ ຈຶ່ງຈະເວົ້າບໍ່ໄດ້ໃນເມື່ອເປັນຝ່າຍຜິດ

4.​ ຢ່າວາງອຳນາດ: ຄົນທຸກຄົນຢາກໃຫ້ຄົນອື່ນເຫັນຄຸນຄ່າ ແຕ່ປາກົດວ່າມັກຖືກອີກຝ່າຍວາງອຳນາດ ພະຍາຍາມສະແດງຄວາມຄິດເຫັນໃຫ້ຕົວເອງຢູ່ເໜືອກວ່າຕະຫຼອດ ຫຼື ວິພາກວິຈານໂດຍບໍ່ຖະໜອມນໍ້າໃຈອີກຝ່າຍ ສົ່ງຜົນໃຫ້ຊີວິດຮັກມັກອາຍຸສັ້ນກວ່າເວລາອັນຄວນ.

5. ຢ່ານອກໃຈ: ເມື່ອທ່ານເປັນຄົນທີ່ອີກຝ່າຍໄດ້ເລືອກແລ້ວ ສະນັ້ນ, ຢ່າເຮັດໃຫ້ເຂົາເຈົ້າຮູ້ສຶກເປັນ "ຂອງຕາຍ" ຫຼືທີ່ຊົ່ວຮ້າຍກວ່ານັ້ນກໍ່ຄືທຳລາຍເຂົາເຈົ້າດ້ວຍການນອກໃຈ ລັກໄປມີກິກມີຊູເພື່ອສ້າງຄວາມເພື່ອສ້າງຄວາມຄຶກຄືນຄຶກຄັກ ເມື່ອອີກຝ່າຍໜຶ່ງຈັບບໍ່ໄດ້ກໍ່ຍິງໄດ້ໃຈຂຶ້ນຕື່ມ ຮູ້ສຶກວ່າຕົນເອງນັ້ນເຂົ້າຂັ້ນບໍ່ທຳມະດາ ບໍລິຫານສະເໜ່ກິເລດຕັນຫາເກັ່ງ ຈົ່ງລະວັງໄວ້ຖ້າອີກຝ່າຍໜຶ່ງເຮັດແບບນັ້ນຄືກັນ ຢ່າສຸເຜີໄປໃຈຮ້າຍໃຫ້ເຂົາເຈົ້າເດີ...

6. ຢ່າໃຫ້ຄວາມຮຸນແຮງ: ບໍ່ວ່າຈະການກະທຳ, ຄຳເວົ້າບໍ່ໃຫ້ກຽດ, ບໍ່ໄວ້ໜ້າ, ເວົ້າຊໍ້າເຕີມ ກໍ່ເປັນການທຳຮ້າຍຈິດໃຈໃຫ້ສະສົມໄວ້ ຫຼື ບາງຄູ່ບາງຄົນກໍ່ທຳຮ້າຍຮ່າງກາຍຈົນເປັນເລື່ອງປົກກະຕິ ແບບນີ້ກໍ່ຍາກທີ່ຈະໃຫ້ຄວາມເຄົາລົບກັນໄປຕະຫຼອດໄດ້.

7. ຢ່າເອົາເຂົາເຈົ້າໄປທຽບກັບຄົນອື່ນ: ຮູ້ທັງຮູ້ການຖືກນຳໄປປຽບທຽບບໍ່ແມ່ນສິ່ງທີ່ດີ ເພາະມັກສ້າງຄວາມຮູ້ສຶກຕໍ່າຕ້ອຍດ້ອຍຄ່າໃຫ້ກັບອີກຝ່າຍໜຶ່ງໄດ້ ນັ້ນຖືເປັນສິ່ງອັນຕະລາຍຕໍ່ຄວາມສຳພັນ ບາງຄົນອາດຄິດວ່າ ເປັນເລື່ອງເລັກນ້ອຍທີ່ຈະເຮັດໃຫ້ອີກຝ່າຍໜຶ່ງຮູ້ສຶກຕົວ ແຕ່ສຳລັບຄົນຮັກກັນ ມັນຄືການທຳຮ້າຍຈາກຄົນທີ່ເຂົາເຈົ້າຮັກ ແລະ ໄວ້ໃຈ ຍິ່ງການຖືກທຳຮ້າຍຄວາມຮູ້ສຶກຕໍ່ໜ້າຄົນອື່ນ ກໍ່ຍິ່ງຈະເສຍໜ້າ ຈົນຮູ້ສຶກວ່າອີກຝ່າຍຂາດຄວາມເປັນສຸພາບບຸລຸດ ຫຼື ຄວາມເປັນສຸພາບສະຕີ

8. ຢ່າເຫັນແກ່ຕົວເລື່ອງເທິງຕຽງ: ຫຼາຍຄູ່ເບິ່ງຂ້າມບັນຫາ "ເພດສຳພັນ" ໄປ ຈຶ່ງສົ່ງຜົນຕໍ່ຄວາມສຳພັນຕາມມາໄດ້ ເຊິ່ງການມີເພດສຳພັນກັນຜູ້ຍິງມັກບອກຮັກດ້ວຍພາສາກາຍຜ່ານວະໄວຍະວະ ນັ້ນຄື ຜູ້ຍິງຕ້ອງການໃຫ້ຜູ້ຊາຍເປັນຝ່າຍປະໂຄມຄອງ ແຕ່ຜູ້ຊາຍສ່ວນໃຫຍ່ມັກໃຈຮ້ອນ ຈົນເຮັດໃຫ້ເຂົາເຈົ້າບໍ່ເຄີຍໄດ້ຮັບຄວາມສຸກ ຫຼື "ໄປເຖິງສະຫວັນ" ຈັກເທື່ອ ທາງທີ່ດີ ຝ່າຍຊາຍຢ່າເຫັນແກ່ຕົວເລື່ອງແບບນີ້ກໍ່ຈະດີ ແຕ່ຄວນມີການສະແດງງອກເຖິງຄວາມຮັກຕໍ່ຄົນທີ່ທ່ານຮັກ ກໍ່ຈະທີ່ດີສຸດ.

No comments

Powered by Blogger.