ເກົາຫຼີໃຕ້ກຳລັງພັດທະນາ Hyperloop One ສຸດຍອດລົດໄຟຄວາມໄວສູງ ທີ່ສາມາດແລ່ນໄດ້ສູງສຸດ 1,000 ກມ/ຊມ - ອິດສະຫຼະ

ເກົາຫຼີໃຕ້ກຳລັງພັດທະນາ Hyperloop One ສຸດຍອດລົດໄຟຄວາມໄວສູງ ທີ່ສາມາດແລ່ນໄດ້ສູງສຸດ 1,000 ກມ/ຊມ




ຕ້ອງບອກວ່າເຕັກໂນໂລຊີລົດໄຟຟ້າຄວາມໄວສູງມັນທຳມະດາໄປແລ້ວ ເມື່ອລັດຖະບານເກົາຫຼີໃຕ້ກຽມແຜນພັດທະນາ Hyper-Tube Train ສຸດຍອດລົດໄຟຄວາມໄວສູງທີ່ເກົາຫຼີໃຕ້ ເຊິ່ງລົດໄຟດັ່ງກ່າວນີ້ຈະມີຄວາມໄວສູງສຸດເຖິງ 1,000 ກມ/ຊມ.

Hyper-Tube Train ພັດທະນາໂດຍ Korea Railroad Research Institute (ສາຖາບັນວິໄຈລະບົບລາງແຫ່ງຊາດປະເທດເກົາຫຼີໃຕ້) ແລະ ກຸ່ມນາຍທຶນຈາກປະເທດຈີນ ໂດຍຫວັງໃຫ້ລົດໄຟຊະນິດນີ້ເປັນລົດໄຟທີ່ໄວທີ່ສຸດຂອງໂລກ ລະບົບການເຮັດວຽກຂອງ Hyper-Tube Train ຈະແຕ່ງຕ່າງກັບການເຮັດວຽກຂອງລົດໄຟທຸກຊະນິດທີ່ໃຊ້ຢູ່ໃນປັດຈຸບັນ ໂດຍລົດໄຟຈະແລ່ນຜ່ານທໍ່ສູນຍາກາດຄວາມດັນຕໍ່າ ເຊິ່ງຈະຊ່ວຍໃຫ້ລົດໄຟສາມາດແລ່ນໄດ້ດ້ວຍຄວາມໄວສູງສຸດໂດຍທີ່ບໍ່ມີຜົນຈາກແຮງສຽດສີຂອງລົມ ເຊິ່ງລົມປັດໄຈສຳຄັນທີ່ເຮັດໃຫ້ຄວາມໄວຂອງລົດໄຟຫຼຸດລົງ.

ໂຄງການໄດ້ວາງແຜນທີ່ຈະສ້າງລົດໄຟໄລຍະທຳອິດຈາກນະຄອນຫຼວງໂຊ ໄປຫາປູຊານເມືອງທ່າສຳຄັນທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງເກົາຫຼີໃຕ້ ເຊິ່ງໂດຍປົກກະຕິແລ້ວຕ້ອງໃຊ້ເວລາເດີນທາງດ້ວຍລົດທົ່ວໄປເຖິງ 4 ຊົ່ວໂມງ ແຕ່ຫາກເດີນທາງດ້ວຍລົດໄຟ Hyper-Tube Train ທີ່ແລ່ນດ້ວຍຄວາມໄວເຖິງ 1,000 ກມ/ຊມ ຈະໃຊ້ເວລາພຽງ 30 ນາທີເທົ່ານັ້ນ.

Hyper-Tube Train ອາດບໍ່ແມ່ນລົດໄຟຄວາມໄວສູງລະບົບທຳອິດທີ່ມີການຄິດຄົ້ນຂຶ້ນ ເພາະກ່ອນໜ້ານີ້ມີລົດໄຟຄວາມໄວສູງທີ່ມີລະບົບການເຮັດວຽກຄ້າຍຄືກັນເຊັ່ນ Hyperloop One ເຊິ່ງເປັນຜົນງານການອອກແບບຂອງບໍລິສັດເອກະຊົນແຫ່ງໜຶ່ງໃນສະຫະລັດອາເມຣິກາ ທີ່ກຳລັງກຽມແຜນກໍ່ສ້າງໃນສະຫະລັດອາເມຣິກາໄວໆນີ້ ແຕ່ດ້ວຍງົບປະມານໃນການກໍ່ສ້າງທີ່ຂ້ອນຂ້າງສູງ ເຮັດໃຫ້ເກົາຫຼີໃຕ້ສົນໃຈພັດທະນາເຕັກໂນໂລຊີຂຶ້ນມາເອງ ໂດຍຄາດຫວັງວ່າຈະຊ່ວຍຫຼຸດຕົ້ນທຶນໃນການກໍ່ສ້າງ ແລະ ຄ່າບໍລິການໃຫ້ຖືກລົງ.

ແຕ່ສິ່ງທີ່ Hyperloop One ຍັງຫາຂໍ້ສະຫຼຸບບໍ່ໄດ້ຄືເລື່ອງຂອງຄວາມປອດໄພ ເພາະຫາກເກີດອຸບັດຕິເຫດບໍ່ຄາດຄິດ ຫຼື ຖ້າເກີດການກໍ່ການຮ້າຍຂຶ້ນພາຍໃນລົດໄຟທີ່ແລ່ນມາດ້ວຍຄວາມໄວສູງ ຜູ້ໃຫ້ບໍລິການຈະມີວິທີການຮັບມືກັບເຫດການທີ່ເກີດຂຶ້ນແບບໃດ? ຄົງເປັນເລື່ອງທີ່ຜູ້ຜະລິດຕ້ອງຫາວິທີໃຫ້ໄດ້ກ່ອນເລີ່ມດຳເນີນການກໍ່ສ້າງ.

ຜູ້ພັດທະນາຄາດວ່າຈະພ້ອມເປີດໃຫ້ບໍລິການ Hyperloop One  ໄດ້ພາຍໃນປີ 2020 ແລະ ຈະເປັນລົດໄຟຄວາມໄວສູງທີ່ແລ່ນໄວທີ່ສຸດຂອງໂລກໃນເວລານັ້ນ.

ໂດຍໃນປັດຈຸບັນ ລົດໄຟທີ່ແລ່ນໄດ້ໄວທີ່ສຸດຂອງໂລກຄື ລົດໄຟແບບແມັກເລບ ຈາກປະເທດຍີ່ປຸ່ນທີ່ສາມາດແລ່ນດ້ວຍຄວາມໄວສູງສຸດເຖິງ 603 ກມ/ຊມ.


No comments

Powered by Blogger.