ເກົາຫຼີເໜືອປະສົບຄວາມສຳເລັດໃນການທົດສອບເຄື່ອງຈັກຈະຫຼວດລຸ້ນໃໝ່ - ອິດສະຫຼະ

ເກົາຫຼີເໜືອປະສົບຄວາມສຳເລັດໃນການທົດສອບເຄື່ອງຈັກຈະຫຼວດລຸ້ນໃໝ່



ສຳນັກຂ່າວຕ່າງປະເທດລາຍງານ 19 ມີນາ 2017 ວ່າ: ສຳນັກຂ່າວກາງເກົາຫຼີ (KCNA) ເຊິ່ງເປັນກະບອກສຽງຢ່າງເປັນທາງການຂອງລັດຖະບານເກົາຫຼີເໜືອ ລາຍງານວ່າ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຮ່ວມສັງເກດການການທົດສອບເຄື່ອງຈັກຈະຫຼວດລຸ້ນໃໝ່ ເມື່ອວັນເສົາທີ່ຜ່ານມາ ເຊິ່ງປະສິດທິພາບຂອງເຄື່ອງຈັກດັ່ງກ່າວຖືເປັນ "ພັດທະນາການຄັ້ງຍິ່ງໃຫຍ່" ສຳລັບອຸດສາຫະກຳຈະຫຼວດຂອງເກົາຫຼີເໜືອ ແລະ ທົ່ວໂລກຈະໄດ້ຮ່ວມສັງເກດການ "ໄຊຊະນະ" ດັ່ງກ່າວພາຍໃນອະນາຄົດອັນໃກ້ນີ້.

ລາຍງານຂອງ KCNA ຢືນຢັນວ່າ ຈຸດປະສົງຂອງການພັດທະນາເຄື່ອງຈັກຈະຫຼວດລຸ້ນນີ້ ຄືເພື່ອໃຊ້ສຳລັບຈະຫຼວດສົ່ງດາວທຽມຂຶ້ນສູ່ຂັ້ນບັນຍາກາດໂລກເທົ່ານັ້ນ ແຕ່ເປັນທີ່ຮູ້ກັນດີວ່າ ເຄື່ອງຈັກຈະຫຼວດສາມາດນຳກັບມາໃຊ້ພັດທະນາຕໍ່ຍອດສຳລັບໂຄງການຂີປະນາວຸດໄດ້.


No comments

Powered by Blogger.