10 ເຄັດລັບ ປັບວິທີຄິດ ເພື່ອຄວາມສຳເລັດ - ອິດສະຫຼະ

10 ເຄັດລັບ ປັບວິທີຄິດ ເພື່ອຄວາມສຳເລັດ



ຄວາມແຕກຕ່າງລະຫວ່າງຜູ້ປະສົບຄວາມສຳເລັດກັບຄົນທີ່ຝັນລົມໆແລ້ງໆ ມັນມີພຽງເສັ້ນບາງໆທີ່ຂັ້ນກາງເທົ່ານັ້ນ ແລ້ວເສັ້ນໆນັ້ນມັນແມ່ນຫຍັ່ງ?

ວິທີຄິດ ຫຼື ທັດສະນະຄະຕິ ຂອງບັນດາຜູ້ປະສົບຄວາມສຳເລັດໃນຊີວິດມັກມີຄືກັນນັ້ນກໍ່ຄື: "ຂ້ອຍເຮັດໄດ້" ເຊິ່ງເປັນສິ່ງທີ່ຄົນຝັນລົມໆແລ້ງໆບໍ່ມີ ການມີທັດສະນະຄະຕິແບບນີ້ເຮັດໃຫ້ເຂົາເຈົ້າບໍ່ຍອມທໍ້ຖອຍຕໍ່ອຸປະສັກໃດໆ ເຖິງແມ່ນວ່າທົນທາງສູ່ຄວາມສຳເລັດຈະລຳບາກພຽງໃດກໍ່ຕາມ ເຂົາເຈົ້າກໍ່ຈະພະຍາຍາມເຕັມທີ່ເພື່ອຜ່ານພົ້ນມັນໄປໃຫ້ໄດ້ ແລະ ຕໍ່ໄປນີ້ຄື 10 ເຄັດລັບເພື່ອປັບວິທີຄິດແບບ "ຂ້ອຍເຮັດໄດ້" ທີ່ທ່ານສາມາດເຮັດຕາມໄດ້ຢ່າງແນ່ນອນ

1. ຢ່າຍອມແພ້ອັນໃດງ່າຍໆ: ບັນດາຜູ້ທີ່ມີທັດສະນະຄະຕິ "ຂ້ອຍເຮັດໄດ້" ມັກມີທາງອອກທີ່ດີສຳລັບທຸກໆບັນຫາສະເໝີ ໃນຂະນະທີ່ບາງຄົນບໍ່ຄິດຮອດທີ່ຈະກ້າວຂາອອກໄປພົບເຈີກັບບັນຫາ, ເຊິ່ງນອກຈາກຄົນທຳມະດາແລ້ວ ຜູ້ນຳທັງຫຼາຍທີ່ມີທັດສະນະຄະຕິແບບ "ຂ້ອຍເຮັດໄດ້" ລ້ວນແຕ່ສາມາດເອົາຊະນະອຸປະສັກບໍ່ວ່າຈະນ້ອຍຫຼືໃຫຍ່ໄດ້ດ້ວຍຄວາມອົດທົນອົດກັ້ນທັງນັ້ນ.

2. ເຊົາເປັນຄົນຂີ້ຢ້ານ: ຄົນທີ່ມີທັດສະນະຄະຕິ "ຂ້ອຍເຮັດໄດ້" ລ້ວນແຕ່ບໍ່ແມ່ນຄົນຈຳພວກທີ່ຂີ້ຢ້ານ ເຂົາເຈົ້າຈະຄິດສະເໝີວ່າ: ຕ້ອງເຮັດໄດ້ ຫາກຮູ້ວ່າອັນໃດຄືທາງອອກຂອງບັນຫາ ເຂົາເຈົ້າຈະບໍ່ລໍຖ້າ ແລະ ລົງມືເຮັດໃນທັນທີ ເຊິ່ງເປັນຂໍ້ໄດ້ປຽບທີ່ເຮັດໃຫ້ເຂົາເຈົ້າມັກເອົາຊະນະອຸປະສັກຕ່າງໆໄດ້

3. ເຊົາຈົ່ມ: ຄົນທີ່ມີທັດສະນະຄະຕິ "ຂ້ອຍເຮັດໄດ້" ບໍ່ແມ່ນພວກມັກຈົ່ມ ເພາະເຂົາເຈົ້າເຂົ້າໃຈດີວ່າການຈົ່ມວ່າລ້ວນເປັນເລື່ອງທີ່ບໍ່ມີປະໂຫຍດຫຍັງທັງນັ້ນ ແລະ ຈະບໍ່ມີທາງເສຍເວລາກັບເລື່ອງແບບນັ້ນ ເພາະເວລາເປັນສິ່ງທີ່ມີຄ່າທີ່ສຸດ

4. ໃຫ້ເອົາໃຈເຂົາມາໃສ່ໃຈເຮົາ: ຄົນທີ່ມີທັດສະນະຄະຕິ "ຂ້ອຍເຮັດໄດ້" ມັກໃສ່ໃຈຄົນຮອບຂ້າງສະເໝີ ດັ່ງນັ້ນ, ເຂົາເຈົ້າຈະພະຍາຍາມເບິ່ງບັນຫາຜ່ານມຸມມອງຂອງຜູ້ອື່ນ ເພື່ອໃຫ້ການຕັດສິນໃຈອອກມາເປັນທີ່ເພິ່ງພໍໃຈຫຼາຍທີ່ສຸດ

5. ຫາ "Passion" ໃຫ້ເຈີ: ຄົນທີ່ມີທັດສະນະຄະຕິ "ຂ້ອຍເຮັດໄດ້" ບໍ່ເຄີຍຮູ້ສຶກເບື່ອນ່າຍກັບສິ່ງທີ່ເຮັດ ເພາະເຂົາເຈົ້າຮູ້ດີວ່າຄວນຈະຫາແຮງບັນດານໃຈໄດ້ຈາກບ່ອນໃດ ຈື່ໄວ້ວ່າຄົນທີ່ປະສົບຄວາມສຳເລັດທີ່ສຸດບໍ່ແມ່ນຄົນທີ່ສະຫຼາດທີ່ສຸດ, ຮັ່ງມີທີ່ສຸດ ຫຼື ມີອຳນາດທີ່ສຸດ ຫາກແມ່ນຄົນທີ່ຮູ້ຢູ່ເຕັມໃຈວ່າເຂົາເຈົ້ານັ້ນຮັກມັກທີ່ຈະເຮັດໃນສິ່ງໃດນັ້ນເປັນສິ່ງສຳຄັນທີ່ສຸດ

6. ເຮັດໃຫ້ໄດ້ຫຼາຍກວ່າທີ່ຕັ້ງໃຈໄວ້: ຄົນທີ່ມີທັດສະນະຄະຕິ "ຂ້ອຍເຮັດໄດ້" ມັກເຮັດສິ່ງທີ່ເໜືອຄວາມຄາດໝາຍ ເພາະເຂົາເຈົ້າຕັ້ງຄວາມຄາດຫວັງເຖິງຜົນລັບທີ່ໄດ້ຈາກຕົວເອງໄວ້ສູງກວ່າຄົນອື່ນໆສະເໝີ ດັ່ງນັ້ນ, ເຂົາເຈົ້າຈະບໍ່ຢຸດພະຍາຍາມຫາກຍັງເຮັດໄດ້ບໍ່ເຕັມທີ່

7. ຢ່າຖ້າ: ໃນຂະນະທີ່ຄົນອື່ນຍັງຢ້ານ ແລະ ຖ້າໂອກາດ ຄົນທີ່ມີທັດສະນະຄະຕິ "ຂ້ອຍເຮັດໄດ້" ຈະເລີ່ມລົງມືເຮັດໃນທັນທີ ເນື່ອງຈາກເຂົາເຈົ້າຮູ້ດີວ່າເວລາທີ່ພ້ອມທີ່ສຸດນັ້ນບໍ່ມີຢູ່ຈິງ ດັ່ງນັ້ນ, ເຂົາເຈົ້າຈຶ່ງພະຍາຍາມເຕັມທີ່ເພື່ອໄປໃຫ້ເຖິງເປົ້າໝາຍ ແລະ ຄວາມສຳເລັດທີ່ຕັ້ງໄວ້ໃຫ້ໄວທີ່ສຸດ

8. ຢ່າຢຶດຕິດ: ຄົນທີ່ມີທັດສະນະຄະຕິ "ຂ້ອຍເຮັດໄດ້" ມັກປັບຕົວຕໍ່ສະຖານະການໃໝ່ໆທີ່ເຂົ້າມາ ເຖິງຈະພົບບັນຫາທີ່ບໍ່ຄາດຝັນກໍ່ຕາມ ເຂົາເຈົ້າຕ່າງກໍ່ສາມາດຜ່ານມັນໄປໄດ້ ເພາະເຂົາເຈົ້າເບິ່ງໂລກໃນແງ່ດີ ແລະ ເປີດໃຈຮັບຕໍ່ການປ່ຽນແປງຢູ່ສະເໝີນັ້ນເອງ

9. ບັນລຸເປົ້າໝາຍທີ່ຕັ້ງໄວ້: ຄົນທີ່ມີທັດສະນະຄະຕິ "ຂ້ອຍເຮັດໄດ້" ບໍ່ພຽງແຕ່ລົງມືເຮັດເທົ່ານັ້ນ ແຕ່ເຂົາເຈົ້າຈະເຮັດໃຫ້ສຳເລັດ ເພາະເຂົາເຈົ້າຈະຕັ້ງເປົ້າໝາຍ ແລະ ເລີ່ມລົງມືເຮັດຈົນສຳເລັດໄດ້ດ້ວຍຕົວເອງ ໂດຍທີ່ບໍ່ຕ້ອງມີໃຜມາຖ້າບອກ

10. ມີຄວາມຫວັງກັບສິ່ງທີ່ພະຍາຍາມ: ຫາກທ່ານພະຍາຍາມຢ່າງເຕັມທີ່ເພື່ອໃຫ້ເປັນຄົນທີ່ມີທັດສະນະຄະຕິ "ຂ້ອຍເຮັດໄດ້" ຈົ່ງຄາດຫວັງສິ່ງທີ່ຈະໄດ້ຮັບກັບມາຈາກຄວາມພະຍາຍາມນັ້ນຢູ່ສະເໝີ ເພາະຄວາມມຸ່ງໝັ້ນຕັ້ງໃຈບວກກັບຄວາມຫວັງທີ່ມີຕໍ່ສິ່ງນັ້ນລ້ວນແຕ່ເປັນກຳລັງສຳຄັນ ແລ້ວທ່ານກໍ່ຈະສາມາດເຮັດໄດ້ ແລະ ສຳເລັດສະເໝີ ພ້ອມທັງກາຍເປັນຄົນທີ່ມີທັດສະນະຄະຕິ "ຂ້ອຍເຮັດໄດ້" ໂດຍບໍ່ຮູ້ຕົວ.

No comments

Powered by Blogger.