ກອງປະຊຸມສຳມະນາ ການນຳໃຊ້ພາສາລາວສຳລັບສື່ສິ່ງພິມ - ອິດສະຫຼະ

ກອງປະຊຸມສຳມະນາ ການນຳໃຊ້ພາສາລາວສຳລັບສື່ສິ່ງພິມ



ໃນວັນທີ 17 ມີນາ 2017 ຢູ່ທີ່ຫໍປະຊຸມແຫ່ງຊາດ (NCC) ໄດ້ຈັດກອງປະຊຸມສຳມະນາ ການນຳໃຊ້ພາສາລາວ ລະຫວ່າງ ໂຄສົກລັດຖະບານ ກັບ ບັນດາສື່ສິ່ງພິມ. ໂດຍການເປັນປະທານ ຂອງທ່ານ ສຈ. ປອ. ຈະເລີນ ເຍຽປາວເຮີ ກຳມະການສູນກາງພັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ, ມີທ່ານຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ; ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ; ຫົວໜ້າສະຖາບັນຄົ້ນຄວ້າວັດທະນະທຳ, ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມ ແຫ່ງຊາດ; ຄະນະບໍດີ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ; ບັນດາຫົວໜ້າກົມ-ຮອງຫົວໜ້າກົມ ແລະ ຫົວໜ້າບັນນາທິການສື່ສິ່ງພິມຕ່າງໆ, ບັນດາເລຂາການນຳຂັ້ນສູງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມກວ່າ 200 ກວ່າຄົນ.

ຈຸດປະສົງຂອງການຈັດກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອຍົກລະດັບ, ຮຽນຮູ້ການນຳໃຊ້ພາສາລາວໃນສິ່ງພິມ ໃຫ້ມີຄວາມຖືກຕ້ອງ ແລະ ເປັນເອກະພາບກັນ ທັງເປັນການສ້າງຄວາມຮູ້ ຄວາມເຂົ້າໃຈ ຢ່າງເລິກເຊິ່ງ ເພື່ອຈະນຳໄປໝູນໃຊ້ ເຂົ້າໃນວຽກງານດ້ານວິຊາການ ເຊິ່ງເປັນວຽກງານໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນໃນຂົງເຂດສື່ມວນຊົນ ໂດຍສະເພາະຄຳສັບ, ປະໂຫຍກທີ່ໃຊ້ໃຫ້ ຖືກກັບກາລະເທສະ, ຮັບປະກັນລັກສະນະວິທະຍາສາດ ແນໃສ່ເຮັດໃຫ້ການນຳໃຊ້ພາສາລາວ ມີການພັດທະນາທີ່ດີຂຶ້ນ ທັງເປັນການສົ່ງເສີມການນຳໃຊ້ພາສາລາວ ຢູ່ສື່ສິ່ງພິມຕ່າງໆໃຫ້ຖືກຕ້ອງ ແລະ ເປັນບ່ອນຮຽນຮູ້ ໃຫ້ແກ່ນັກຮຽນ, ນັກສຶກສາ ແລະ ໄວໜຸ່ມ ກໍ່ຄື ທົ່ວສັງຄົມ.

ກອງປະຊຸມສຳມະນາຄັ້ງນີ້ ເປັນກອງປະຊຸມຄັ້ງທຳອິດ ໃນການແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນ ກ່ຽວກັບການນຳໃຊ້ພາສາລາວ ສຳລັບສື່ສິ່ງພິມໃຫ້ຖືກຕ້ອງ ໃຫ້ແກ່ພະນັກ ງານຜູ້ທີ່ເຮັດວຽກ ທີ່ຕິດພັນກັບສື່ສິ່ງພິມ ແລະ ຮ່າງເອກະສານທາງການ ເປັນຕົ້ນ: ວຽກງານດ້ານການຂ່າວ, ບັນນາທິການ, ໂຄສົກ ແລະ ເລຂາການນຳ. ໃນວາລະດຳເນີນກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງສະພາບການນຳໃຊ້ພາສາລາວ ແລະ ໂຄງປະກອບລະບົບການເມືອງ, ປະຊາທິປະໄຕປະຊາຊົນ ຢູ່ປະເທດເຮົາ ເພື່ອໂຄສະນາເຜີຍແຜ່ໃຫ້ຖືຕ້ອງ ແລະ ມີລັກສະນະວິທະຍາສາດ.

ໃນໂອກາດເປີດກອງປະຊຸມສຳມະນາ ທ່ານ ສຈ. ປອ ຈະເລີນ ເຍຽປາວເຮີ ໄດ້ຮຽກຮ້ອງໃຫ້ນັກສຳມະນາກອນທຸກທ່ານ ຈົ່ງຕັ້ງໃຈຮັບຟັງການສະເໜີທາງດ້ານວິຊາການ ກ່ຽວກັບພາສາລາວ ຈາກວິທະຍາກອນ ແລະ ປະກອບສ່ວນຢ່າງຕັ້ງໜ້າຄົ້ນຫາສິ່ງສົນໃຈ, ຂ້ອງໃຈກ່ຽວກັບພາສາລາວ, ຕັ້ງຄຳຖາມ ໃຫ້ວິທະຍາກອນ ໄດ້ຊີ້ແຈ້ງ ແລະ ແລກປ່ຽນບົດຮຽນ ເພື່ອໃຫ້ເກີດຄວາມເຂົ້າໃຈ ແລະ ນຳໃຊ້ໃຫ້ຖືກຕ້ອງຕໍ່ໄປ.

No comments

Powered by Blogger.