ທ່ານ ປູຕິນ ອອກທ່ຽວປ່າຊົມທຳມະຊາດ ໃນວັນພັກເສົາ-ອາທິດ - ອິດສະຫຼະ

ທ່ານ ປູຕິນ ອອກທ່ຽວປ່າຊົມທຳມະຊາດ ໃນວັນພັກເສົາ-ອາທິດ



ສຳນັກຂ່າວຕ່າງປະເທດລາຍງນ 28 ສິງຫາ 2018 ວ່າ: ທ່ານ ວະລາດິເມຍ ປູຕິນ ປະທານປະເທດລັດເຊຍ ໃຊ້ເວລາໃນມື້ພັກທ້າຍອາທິດທີ່ຜ່ານມາ ພັກຜ່ອນຢ່ອນໃຈທີ່ພູມມິພາກຕູວາ ທາງຕອນໃຕ້ຂອງເຂດສະຫະພັນໄຊບີຣີ ໂດຍມີທ່ານ ພົນເອກ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ແລະ ທ່ານ ອະເລັກຊາຍເດີ ບໍນິຄັອບ ຜູ້ອຳນວຍການ ສຳນັກງານຄວາມໝັ້ນຄົງແຫ່ງລັດ (FSB) ຮ່ວມເດີນທາງໄປດ້ວຍ, ເຊິ່ງທັງສາມທ່ານຮ່ວມເດີນປ່າ ແລະ ລ່ອງເຮືອໄປຕາມແມ່ນ້ຳເຢເນໄຊ ເພື່ອສຳຫຼວດທຳມະຊາດໃນບໍລິເວນນັ້ນ.

ເຖິງຢ່າງໃດກໍ່ຕາມ, ໃນລະຫວ່າງເດີນທາງກັບສູ່ນະຄອນຫຼວງມົດສະກູ ທ່ານ ປູຕິນ ແລະ ຄະນະໄດ້ແວ່ທີ່ເມືອງເຄເມໂຣໂວ ເຊິ່ງເປັນໜຶ່ງໃນເມືອງອຸດສາຫະກຳຖ່ານຫິນທີ່ສຳຄັນຂອງປະເທດ ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງໄຊບີຣີ ເພື່ອພົບປະຫາລືກັບເຈົ້າໜ້າທີ່ຂອງລັດຖະບານທ້ອງຖິ່ນ ແລະ ຜູ້ປະກອບການດ້ານຖ່ານຫິນ ແລະ ພະລັງງານອື່ນໆໃນພື້ນທີ່ອີກດ້ວຍ.













No comments

Powered by Blogger.