ທ່ານນາຍົກລັດຖະມົນຕີ ໂອ້ລົມຕໍ່ຄະນະນຳ-ພະນັກງານຫຼັກແຫຼ່ງນະຄອນຫຼວງ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ໂອ້ລົມຕໍ່ຄະນະນຳ-ພະນັກງານຫຼັກແຫຼ່ງນະຄອນຫຼວງ



ໃນລະຫວ່າງວັນທີ 15-17 ມີນາ 2017 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຮ່ວມກັບອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 8 ສະໄໝທີ VI ຂຶ້ນ. ໂດຍການເປັນປະທານຂອງ ທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມາຮອດຕອນບ່າຍຂອງວັນທີ 17 ມີນາ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ເຊິ່ງມີບັນດາຄະນະປະຈຳພັກ-ຄະນະພັກ, ຄະນະປົກຄອງນະຄອນຫຼວງວຽງຈັນ, ພະແນກການ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ ຢ່າງພ້ອມພຽງ.


ໂອກາດນີ້, ທ່ານ ປອ. ສິນລະວົງ ຄຸດໄພທູນ ກໍ່ໄດ້ລາຍງານໃຫ້ຊາບ ບາງບັນຫາພົ້ນເດັ່ນ ແລະ ຜົນຂອງກອງປະຊຸມຄົບຄະນະບໍລິຫານງານພັກ ຮ່ວມກັບອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 8 ສະໄໝທີ VI ເຊິ່ງໄດ້ຍົກໃຫ້ເຫັນ ສະພາບໂດຍລວມ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງວຽງຈັນ ໃນປີ 2016. ພົ້ນເດັ່ນ ແມ່ນການລົງທຶນ ທີ່ມີມູນຄ່າສູງເຖິງ 36,9 ພັນຕື້ກີບ, ຈັງຫວະການເຕີບໂຕທາງດ້ານເສດຖະກິດ (GDP) ຢູ່ໃນລະດັບ 10,9. ໃນນັ້ນ, ກວມຫຼາຍກວ່າໝູ່ ແມ່ນດ້ານອຸດສາຫະກຳ 47 ຂອງ GDP, ການບໍລິການ 36% ແລະ ກະສິກຳ 17, ສະເລ່ຍລາຍຮັບ 4.700 ໂດລາສະຫະລັດຕໍ່ຄົນຕໍ່ປີ, ສາມາດເກັບລາຍຮັບໄດ້ກວ່າ 11 ພັນຕື້ກີບ; ນອກຈາກນັ້ນ, ຍັງໄດ້ເອົາໃຈໃສ່ເຂົ້າໃນການພັດທະນາ ດ້ານວັດທະນະທຳ-ສັງຄົມ, ການບໍລິຫານລັດ, ການພັດທະນາຕົວເມືອງ ແລະ ເຂດຊານເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງລະບົບການເມືອງ ແລະ ກໍ່ສ້າງພັກ-ພະນັກງານ ຢ່າງມີຈຸດສຸມ. ພ້ອມນີ້, ກໍ່ໄດ້ວາງທິດທາງແຜນການ ສະເພາະໜ້າ ແລະ ປີ 2017 ໂດຍຈະໄດ້ສຸມໃສ່ 7 ວຽກງານຈຸດສຸມ ຄື: (1) ເພີ່ມທະວີຄວາມຮັບຜິດຊອບ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; (2) ສູ້ຊົນພັດທະນາຄຸ້ມຄອງ ດ້ານເສດຖະກິດ ໂດຍສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ສົກປີ 2017 ຂອງລັດຖະບານ ແລະ ບັນລຸບັນດາຄາດໝາຍຂອງນະຄອນຫຼວງ ວາງອອກ; (3) ດ້ານວັດທະນະທຳ-ສັງຄົມ ແມ່ນເລັ່ງແກ້ໄຂໄພສັງຄົມ, ອຸບັດເຫດ ແລະ ຢາເສບຕິດ; (4) ເລັ່ງໃສ່ການພັດທະນາຕົວເມືອງວຽງຈັນ ໃຫ້ເປັນເມືອງໜ້າຢູ່, ທັງມີຄວາມຍືນຍົງ ແລະ ຈະເລີນວັດທະນາ ຢ່າງບໍ່ຢຸດຢັ້ງ; (5) ການບໍລິຫານລັດ ປັບປຸງກົງຈັກພາຍໃນນະຄອນຫຼວງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; (6) ການຮ່ວມມືດ້ານຕ່າງໆ ກັບບັນດານະຄອນຂອງປະເທດເພື່ອນມິດ ທີ່ໄດ້ຕົກລົງ ກັນແລ້ວນັ້ນ ໃຫ້ເປັນຮູບປະທຳໂດຍໄວ; ແລະ (7) ເອົາໃຈໃສ່ເຂົ້າໃນວຽກງານລະບົບການເມືອງ, ກໍ່ສ້າງພັກ ແລະ ພະນັກງານ.

ພ້ອມດຽວກັນນີ້, ໂດຍຕາງໜ້າໃຫ້ກົມການເມືອງສູນກາງພັກ ແລະ ລັດຖະບານ ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມບຸກໜ້າບືນຕົວ, ຄວາມ ພະຍາຍາມ ຂອງບັນດາການນຳ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ທີ່ໄດ້ເປັນເຈົ້າການ, ມີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ ພ້ອມພາກັນພັດທະນານະຄອນຫຼວງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ກໍ່ຄືຜົນສຳເລັດໃນການພັດທະນານະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ, ດ້ານດີ-ດ້ານອ່ອນ ແລະ ທິດທາງໜ້າທີ່ລວມຂອງນະຄອນຫຼວງວຽງຈັນ ໂດຍສະເພາະ ໄດ້ຕັ້ງໜ້າປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ກໍ່ຄືຂອງນະຄອນຫຼວງ, ການກຳນົດວິໄສທັດ ຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ເຮັດໃຫ້ ເສດຖະກິດຂອງນະຄອນຫຼວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ; ການຈັດຕັ້ງ ແລະ ປະຊາຊົນຊາວນະຄອນຫຼວງ ມີຄວາມຫ້າວຫັນ, ມີຄວາມກະຕືລືລົ້ນ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັບໃຊ້ກອງ ປະຊຸມລະດັບສາກົນຕ່າງໆ ທີ່ ສປປ ລາວ ເປັນເຈົ້າພາບ ຈົນປະສົບຜົນສຳເລັດເປັນຢ່າງດີ.
 
ທ່ານນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນຜົນສຳເລັດຂອງບາງວຽກງານຈຸດສຸມ ຂອງຄະນະລັດຖະບານຊຸດໃໝ່ ໃນໄລຍະເກືອບ 1 ປີທີ່ຜ່ານມາ ໂດຍສະເພາະ ສືບຕໍ່ແກ້ໄຂບັນຫາ ເສດຖະກິດ, ປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ສັງຄົມກ້າວໄປສູ່ຄວາມມີລະບຽບ, ມີວິໄນ ແລະ ມີພື້ນຖານ ອັນສືບຕໍ່ພັດທະນາຕໍ່ໄປ. ພ້ອມນີ້, ເພື່ອເຮັດໃຫ້ການເກັບລາຍຮັບ ມີຄວາມໂປ່ງໃສ ແລະ ເຂົ້າເຖິງຖານລາຍຮັບຕົວຈິງ ທ່ານນາຍົກລັດຖະມົນຕີ ຍັງໄດ້ສະເໜີ ໃຫ້ເອົາໃຈໃສ່ໃນການປັບປຸງກົນໄກ, ປັບປຸງຄົນ ແລະ ປັບປຸງເຕັກໂນໂລຊີອັນໃໝ່ ເຂົ້າໃນການເກັບລາຍຮັບ, ບຸກບືນສຸມໃສ່ ແກ້ໄຂໜີ້ສິນສາທາລະນະ ໄປຕາມທິດທາງນະໂຍບາຍ ທີ່ໄດ້ວາງໄວ້, ການແກ້ໄຂບັນຫາທີ່ດິນ ແລະ ອື່ນໆ. ນອກນີ້, ທ່ານຍັງໄດ້ສະເໜີບາງບັນຫາ ທີ່ນະຄອນຫຼວງວຽງຈັນ ຕ້ອງໄດ້ເອົາໃຈໃສ່ຕື່ມ ດັ່ງນີ້:
 
1. ເອົາໃຈໃສ່ປັບປຸງວຽກງານຮາກຖານ ໃຫ້ເຂັ້ມແຂງໜັກແໜ້ນ ຕາມທິດ 3 ສ້າງ, ສິ່ງສຳຄັນ ແມ່ນຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຈົນ ເປັນໃຈກາງ.
 
2. ການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ໃຫ້ເອົາໃຈໃສ່ທາງດ້ານຄຸນນະພາບ, ມີຄວາມເຂັ້ມແຂງ ແລະ ສ້າງໃຫ້ໄດ້ກຳລັງແຮງ, ປ່ຽນແປງໃໝ່ ແບບແຜນການນຳພາ ຂອງອົງຄະນະພັກ ທຸກຂັ້ນ ໂດຍການເພີ່ມປະສິດທິພາບ ຂອງວຽກງານກວດກາ, ພະຍາຍາມແກ້ໄຂບັນຫາ ທີ່ເປັນໜໍ່ແໜງຂອງຄວາມບໍ່ສະຫງົບ.
 
3. ນອກຈາກການເອົາໃຈໃສ່ ທາງດ້ານການເຕີບໂຕທາງດ້ານເສດຖະກິດ (GDP) ແລ້ວ ກໍ່ໃຫ້ເບິ່ງຕື່ມກ່ຽວກັບການກະຈາຍລາຍໄດ້, ການຍົກສູງຊີວິດການເປັນຢູ່ ແລະ ລະດັບການພັດທະນາ ຂອງປະຊາຊົນ ຢູ່ແຕ່ລະຄອບຄົວ-ແຕ່ລະບ້ານ ເພື່ອເປັນການພັດທະນາທີ່ແທ້ຈິງ ແລະ ຍືນຍົງ ໂດຍສະເພາະ ການຊຸກຍູ້ສົ່ງເສີມໃຫ້ແກ່ຈຸນລະວິສາກິດ ທີ່ຈະເປັນພື້ນຖານອັນສຳຄັນ ໃຫ້ແກ່ທຸລະກິດ ຂະໜາດກາງ ແລະ ຂະໜາດນ້ອຍ (SMEs) ລວມໄປເຖິງທຸລະກິດຂະໜາດໃຫຍ່.
 
4. ການເອົາໃຈໃສ່ແກ້ໄຂບັນຫາອຸບັດເຫດ, ຄວາມແອອັດຂອງການຈໍລະຈອນ ທີ່ໄດ້ມີໂຄງການປັບປຸງແລ້ວນັ້ນ ກໍ່ໃຫ້ເບິ່ງຄືນຮູບແບບການຈັດຕັ້ງປະຕິບັດ ເພື່ອຄົ້ນຄວ້າຊອກຫາວິທີການ ທີ່ດີທີ່ສຸດ. ພ້ອມກັນຊອກມາດຕະການຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນ, ສຸມໃສ່ແກ້ໄຂບັນຫາໄພສັງຄົມ ໂດຍສະເພາະ ໃນຖັນແຖວຊາວໜຸ່ມ-ເຍົາວະຊົນ ເປັນຕົ້ນ ກໍ່ແມ່ນການຈັດສັນຄືນໃໝ່ ບັນດາຮ້ານບັນເທີງ-ກິນດື່ມ, ສະນຸກເກີ, ຮ້ານເກມ ແລະ ສິ່ງມອມເມົາຕ່າງໆ ໃຫ້ອອກຫ່າງຈາກສະຖານການສຶກສາ, ວັດວາອາຮາມ ແລະ ໂຮງໝໍ.
 
5. ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງນະຄອນຫຼວງວຽງຈັນ ອັນເປັນນະຄອນຫຼວງ ທີ່ມີຄວາມສະຫງົບ, ປອດໄພ ຢ່າງໜັກແໜ້ນ ຕ້ອງໄດ້ສ້າງກົນໄກການແກ້ໄຂບັນຫາ ໃຫ້ມີຄວາມວ່ອງໄວ້ ແລະ ທັນການ, ເອົາໃຈໃສ່ສຶກສາອົຍຮົມປະຊາຊົນ ສ້າງຈິດສຳນຶກໃຫ້ທຸກຊັ້ນຄົນ ຮູ້ຈັກເອກອ້າງ ຄວາມເປັນຄົນນະຄອນຫຼວງ, ວັດທະນະທຳ-ຮີດຄອງປະເພນີຂອງຊາດລາວ, ໃຫ້ມີຄວາມເອື້ອເຟື້ອ ເພື່ອແຜ່, ຍິ້ມແຍ້ມແຈ່ມໃສ ແລະ ໂອບເອື້ອອາລີ ຕໍ່ກັນ ແລະ ຕໍ່ກັບແຂກຕ່າງດ້າວທ້າວຕ່າງເມືອງ.
 

ພ້ອມດຽວກັນນີ້, ກໍ່ໃຫ້ນະຄອນຫຼວງ ສືບຕໍ່ເຮັດໃຫ້ກົງຈັກ ແລະ ກົນໄກຕ່າງໆ ເປັນກົງຈັກ ແລະ ກົນໄກ ທີ່ຮັບໃຊ້ປະຊາຊົນ, ມີຄວາມຈິງໃຈ, ບໍລິສຸດ ແລະ ເສຍສະຫຼະຮັບໃຊ້ປະຊາຊົນ, ມີອັດທະຍາໄສທີ່ດີ, ເປັນແບບຢ່າງ ແລະ ເປັນແວ່ນແຍງທີ່ດີ ພ້ອມທັງ ເປີດໃຈ, ເປີດປະຕູ ເພື່ອບໍລິການຮັບໃຊ້ປະຊາຊົນ ອັນຈະເປັນກຳລັງແຮງດຶງດູດການເຂົ້າຮ່ວມ ຂອງປະຊາຊົນ ໃນການພັດທະນາ ທຸກຂົງເຂດວຽກງານຂອງນະຄອນຫຼວງ; ດ້ານໜຶ່ງ ກໍ່ໃຫ້ເອົາໃຈໃສ່ປຸກລະດົມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນ ໂດຍຜ່ານຈຸດບໍລິການປະຕູດຽວ ກໍ່ຄືກົດໝາຍສົ່ງເສີມການລົງທຶນ (ສະບັບປັບປຸງໃໝ່).

No comments

Powered by Blogger.