ສະຫະລັດ ອາເມຣິກາ ສົ່ງລະບົບປ້ອງກັນຂີປະນາວຸດ (THAAD) ເຖິງເກົາຫຼີໃຕ້ແລ້ວ (ວິດີໂອ...) - ອິດສະຫຼະ

ສະຫະລັດ ອາເມຣິກາ ສົ່ງລະບົບປ້ອງກັນຂີປະນາວຸດ (THAAD) ເຖິງເກົາຫຼີໃຕ້ແລ້ວ (ວິດີໂອ...)



ສຳນັກຂ່າວຕ່າງປະເທດລາຍງານ 8 ມີນາ 2017 ວ່າ: ລະບົບປ້ອງກັນຂີປະນາວຸດ THAAD (Terminal High Altitube Area Defense System) ຄືລະບົບສະກັດຂີປະນາວຸດໃນບໍລິເວນພິກັດຕຳແໜ່ງສູງ ຂະນະທີ່ຂີປະນາວຸດໂຈມຕີກຳລັງເຂົ້າສູ່ວິຖີເດີນທາງໄລຍະສຸດທ້າຍກ່ອນຕົກໃສ່ເປົ້າໝາຍ ໂດຍສ່ວນໃຫຍ່ຍິງສະກັດຂີປະນາວຸດພິໄສໃກ້ ແລະ ພິໄສປານກາງ.

ການເດີນທາງມາເຖິງຂອງລະບົບ THAAD ເພື່ອເລີ່ມຕິດຕັ້ງໃນວັນຈັນທີ່ຜ່ານມານັ້ນ ເປັນມື້ດຽວກັບທີ່ເກົາຫຼີເໜືອທົດລອງຂີປະນາວຸດ 4 ລູກ ໂດຍ 3 ລູກໄປຕົກໃນເຂດເສດຖະກິດສະເພາະຂອງຍີ່ປຸ່ນ ເຊິ່ງຫຼ້າສຸດສຳນັກຂ່າວກາງເກົາຫຼີເໜືອ (KCNA) ລາຍງານວ່າ ເປັນການຍິງເພື່ອເຝິກໂຈມຕີຖານທັບສະຫະລັດ ໃນຍີ່ປຸ່ນ ຕາມຄຳສັ່ງຂອງຜູ້ນຳສູງສຸດຂອງເກົາຫຼີເໜືອ.


No comments

Powered by Blogger.