ລະເບີດຂ້າຕົວຕາຍກາງງານດອງໃນອິຣັກ ເສຍຊີວິດ 26 ຄົນ - ອິດສະຫຼະ

ລະເບີດຂ້າຕົວຕາຍກາງງານດອງໃນອິຣັກ ເສຍຊີວິດ 26 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 9 ມີນາ 2017 ວ່າ: ມືລະເບີດຂ້າຕົວຕາຍຜູ້ຊາຍ 2 ຄົນ ແຝງຕົວປົນຢູ່ກັບແຂກໃນງານແຕ່ງດອງ ທີ່ກຳລັງສະເຫຼີມສະຫຼອງກັນຢ່າງຄືກຄື້ນ ໃນເມືອງຊາອັບມາຣາ ພາກເໜືອຂອງອິຣັກ ກ່ອນຈະສວາຍໂອກາດດຶງຊະນວນລະເບີດສາຍຮັດແອວ ແຮງລະເບີດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 26 ຄົນ ແລະ ໄດ້ຮັບບາດເຈັບອີກ 25 ຄົນ.

ຫົວໜ້າສຳນັກງານຕຳຫຼວດທ້ອງຖິ່ນເປີດເຜີຍວ່າ ມືລະເບີດຄົນທຳອິດດຶງສາຍຊະນວນລະເບີດເມື່ອເວລາປະມານ 20:30 ກອ່ນທີ່ມີລະເບີດຜູ້ທີ່ສອງຈະດຶງຊະນວນຊໍ້າໃນເວລາຫ່າງກັນບໍ່ພໍເທົ່າໃດນາທີ.

ເບື້ອງຕົ້ນຍັງບໍ່ມີຜູ້ໃດ ຫຼື ກຸ່ມໃດອອກມາປະກາດສະແດງຄວາມຮັບຜິດຊອບ ແຕ່ກຸ່ມ ISIS ມັກກໍ່ເຫດໂຈມຕີໃນລັກສະນະນີ້ຫຼາຍຄັ້ງ ໂດຍມີເປົ້າໝາຍທັງປະຊາຊົນ ແລະ ເຈົ້າໜ້າທີ່ຄວາມໝັ້ນຄົງໃນອິຣັກ.

No comments

Powered by Blogger.