ເກົາຫຼີເໜືອອອກຖະແຫຼງຕອບໂຕ້ ຄະນະມົນຕີຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ - ອິດສະຫຼະ

ເກົາຫຼີເໜືອອອກຖະແຫຼງຕອບໂຕ້ ຄະນະມົນຕີຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ



ສຳນັກຂ່າວຕ່າງປະເທດລາຍງານ 10 ມີນາ 2017: ເກົາຫຼີເໜືອອອກຖະແຫຼງການຕອບໂຕ້ຄະນະມົນຕີຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ ເຊິ່ງໄດ້ປະນາມການຍິງຂີປະນາວຸດຂອງເກົາຫຼີເໜືອໃນຕົ້ນອາທິດນີ້.

ເຊິ່ງໂຄສົກຂອງກອງກຳລັງຍຸດທະສາດ ກອງທັບເກົາຫຼີເໜືອກ່າວວ່າ "ບໍ່ມີປະເທດໃດໃນໂລກ ທີ່ກອງທັບປະຕິບັດໜ້າທີ່ໃນການປົກປ້ອງປະເທດ ຈະຕ້ອງໃຫ້ຄວາມສົນໃຈຕໍ່ມະຕິຂອງສະຫະປະຊາຊາດ ຫຼື ການປະຊຸມລະຫວ່າງປະເທດ ແລະ ພວກເຮົາບໍ່ເຄີຍຍອມຮັບມະຕິທີ່ຜິດກົດໝາຍ ເຊິ່ງມີການຈັດຂຶ້ນໂດຍສະຫະລັດ ແລະ ປະເທດອື່ນໆ"

ຖະແຫຼງການຂອງເກົາຫຼີເໜືອຍັວລະບຸວ່າ ສະຫະລັດ ແລະ ເກົາຫຼີໃຕ້ ກຳລັງມີການຊ້ອມຮົບຄັ້ງໃຫຍ່ທີ່ສຸດ ເພື່ອເຮັດສົງຄາມນິວເຄຼຍກັບເກົາຫຼີເໜືອ ຄະນະມົນຕີຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດທີ່ກ່າວໂທດເກົາຫຼີເໜືອພຽງເພາະຊ້ອມຮົບເພື່ອປົກປ້ອງອະທິປະໄຕຂອງປະເທດ.

No comments

Powered by Blogger.