ຄົນຮ້າຍໃຊ້ຂວານໄລ່ຟັນຄົນໃນສະຖານນີລົດໄຟ ປະເທດເຢຍລະມັນ - ອິດສະຫຼະ

ຄົນຮ້າຍໃຊ້ຂວານໄລ່ຟັນຄົນໃນສະຖານນີລົດໄຟ ປະເທດເຢຍລະມັນ



ສຳນັກຂ່າວຕ່າງປະເທດລາຍງານ 10 ມີນາ 2017 ວ່າ: ສຳນັກງານຕຳຫຼວດໃນເມືອງດຸສເຊດັອບ ພາກຕາເວັນຕົກຂອງປະເທດເຢຍລະມັນ ລາຍງານມີຜູ້ໄດ້ຮັບບາດເຈັບ 7 ຄົນ ຈາກເຫດຄົນຮ້າຍໃຊ້ຂວານໄລ່ຟັນປະຊາຊົນທີ່ກຳລັງສັນຈອນຢູ່ພາຍໃນສະຖານນີລົດໄຟຫຼັກຂອງເມືອງ ເມື່ອຕອນຄໍ່າຂອງວັນພະຫັດທີ່ຜ່ານມາຕາມເວລາທ້ອງຖິ່ນ ຫຼັງເກີດເຫດຕຳຫຼວດໄດ້ຈັບກຸມຜູ້ຕ້ອງສົງໄສໄດ້ຢ່າງໜ້ອຍ 1 ຄົນ ເປັນເພດຊາຍອາຍຸ 36 ປີ.

ເບື້ອງຕົ້ນເຈົ້າໜ້າທີ່ພົບວ່າຜູ້ຕ້ອງສົງໄສມີອາການທາງຈິດ ແລະ ຍັງບໍ່ສາມາດໃຫ້ປາກຄຳ ເນື່ອງຈາກໄດ້ຮັບບາດເຈັບສາຫັດຈາກການໂດດຂົວເພື່ອພະຍາຍາມຫຼົບໜີການຈັບກຸມ ນອກຈາກນີ້ເຈົ້າໜ້າທີ່ຍັງຕັ້ງສົມມຸດຕິຖານວ່າບໍ່ໜ້າຈະເປັນການກໍ່ການຮ້າຍ ແລະ ເປັນການໂຈມຕີແບບສຸ່ມເລືອກຫຼາຍກວ່າ.


No comments

Powered by Blogger.