ສານເກົາຫຼີໃຕ້ ພິພາກສາຖອດຖອນປະທານາທິບໍດີ - ອິດສະຫຼະ

ສານເກົາຫຼີໃຕ້ ພິພາກສາຖອດຖອນປະທານາທິບໍດີ



ສຳນັກຂ່າວຕ່າງປະເທດລາຍງານ 10 ມີນາ 2017: ສານລັດຖະທຳມະນູນເກົາຫຼີໃຕ້ ພິພາກສາຍືນຕາມມະຕິສະພານິຕິບັນຍັດແຫ່ງຊາດ ເມື່ອວັນທີ 9 ທັນວາ 2016 ໃນການຖອດຖອນປະທານາທິບໍດີປາກ ກຶນ-ເຮ ອອກຈາກຕຳແໜ່ງຜູ້ນຳປະເທດ ຖານປະພຶດຜິດໂດຍໃຫ້ບຸກຄົນພາຍນອກຄືນາງ ຊະເວ ຊຸນຊິນ ແຊກແຊງວຽກງານບໍລິຫານລັດຖະການເພື່ອຕັກຕວງຜົນປະໂຫຍດຮ່ວມກັນ ນອກຈາກນີ້ທ່ານ ນາງ ປາກ ຍັງປ່ອຍປະຕໍ່ການປະຕິບັດໜ້າທີ່ເມື່ອຄັ້ງເກີດໂສກອະນາດຕະກຳເຮືອເຟີຣີ "ເຊວອນ" ຈົມ ເມື່ອເດືອນເມສາ 2014 ເຊິ່ງມີຜູ້ເສຍຊີວິດຫຼາຍກວ່າ 300 ຄົນ ພຶດຕິກຳຂອງທ່ານ ນາງ ປາກ ຖືເປັນການທຳລາຍຫຼັກນິຕິທຳ ແລະ ລະບອບການປົກຄອງແບບປະຊາທິປະໄຕຂອງເກົາຫຼີໃຕ້.


ເຊິ່ງປະທານສານລັດຖະທຳມະນູນຂອງເກົາຫຼີໃຕ້ໃຊ້ເວລາອ່ານຄຳພິພາກສາພຽງ 20 ນາທີ ແລະ ຖືເປັນກາຍຢຸດຕິພາວະຄວາມຕຶງຄຽດທາງການເມືອງທີ່ຍາວນານເຖິງ 92 ວັນ ໂດຍນັບຈາກນີ້ທ່ານນາງ ປາກ ຕ້ອງອອກຈາກທຳນຽມປະທານາທິບໍດີ ແລະ ສູນເສຍສິດຄຸ້ມກັນທາງການເມືອງທັງໝົດ ເພື່ອກຽມເຂົ້າສູ່ຂະບວນການທາງກົດໝາຍ ຈາກການທີ່ສຳນວນຂອງໄອຍະການລະບຸຊື່ຂອງທ່ານນາງຢ່າງຊັດເຈນ ວ່າຢູ່ໃນຖານະຜູ້ສົມຄົບຄິດຮ່ວມກັບສໍ້ລາດບັງຫຼວງກັບນາງ ຊະເວ ຊຸນ-ຊິນ ດ້ານຄະນະກຳມະການການເລືອກຕັ້ງຕ້ອງຈັດການເລືອກຕັ້ງປະທານາທິບໍດີຄັ້ງໃໝ່ພາຍໃນ 60 ວັນ ຫຼື ພາຍໃນັວນທີ 9 ພຶດສະພານີ້ ເຊິ່ງທ່ານ ນາງ ປາກ ຖືເປັນປະທານາທິບໍດີຄົນທຳອິດໃນປະຫວັດສາດເກົາຫຼີໃຕ້ ທີ່ພົ້ນຕຳແໜ່ງຕາມມະຕິຖອດຖອນໄດ້ຮັບການຮັບຮອງໂດຍສານລັດຖະທຳມະນູນ.


ໃນດ້ານຂອງພັກປະຊາທິປະໄຕ ເຊິ່ງເປັນພັກນຳຝ່າຍຄ້ານຂອງເກົາຫຼີໃຕ້ອອກຖະແຫຼງການກ່ຽວກັບຄຳພິພາກສາຂອງສານລັດຖະທຳມະນູນວ່າ "ເປັນປະຫວັດສານດ" ແລະ ຮຽກຮ້ອງໃຫ້ທຸກຝ່າຍຍອມຮັບຜົນຄຳຕັດສິນ.

No comments

Powered by Blogger.