ພາຍຫຼັງສານຖອດຖອນປະທານາທິບໍດີ ປາກ ຝ່າຍສະໜັບສະໜູນປະທະຕຳຫຼວດເສຍຊີວິດແລ້ວ 2 ຄົນ - ອິດສະຫຼະ

ພາຍຫຼັງສານຖອດຖອນປະທານາທິບໍດີ ປາກ ຝ່າຍສະໜັບສະໜູນປະທະຕຳຫຼວດເສຍຊີວິດແລ້ວ 2 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 10 ມີນາ 2017:  ສານລັດຖະທຳມະນູຂອງເກົາຫຼີໃຕ້ພິພາກສາຖອດຖອນປະທານາທິບໍດີ ປາກ ກິນ-ເຮ ໃນມື້ນີ້ ຖານປະພຶດຜິດໂດຍໃຫ້ບຸກຄົນພາຍນອກຄືນາງ ຊະເວ ຊຸນຊິນ ແຊກແຊງວຽກງານບໍລິຫານລັດ ເພື່ອຕັກຕວງຜົນປະໂຫຍດຮ່ວມກັນ ສົມຄົບຄິດຮ່ວມກັນສໍ້ລາດບັງຫຼວງກັບນາງຊະເວ ຊຸນ-ຊິນ ແລະ ຄຳພິພາກສາຍັງມີການຕຳນິວ່າ "ລະເມີດກົດໝາຍຕະຫຼອດໄລຍະເວລາທີ່ຢູ່ໃນຕຳແໜ່ງ"

ຫຼັງຈາກນັ້ນກໍ່ເກີດການປະທະກັນລະຫວ່າງປະຊາຊົນຝ່າຍສະໜັບສະໜູນລັດຖະບານ ເຊິ່ງມາປັກຫຼັກຊຸມນຸມກັນບໍລິເວນໜ້າສານລັດຖະທຳມະນູນກັບເຈົ້າໜ້າທີ່ທີ່ພະຍາຍາມຄວບຄຸມສະຖານະການ ເບື້ອງຕົ້ນພົບຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ຂະນະທີ່ຕຳຫຼວດປາບຈະລາຈົນປະມານ 20,000 ຄົນພ້ອມທັງສີດນໍ້າແຮງດັນສູງ ກະຈາຍກຳລັງປິດລ້ອມບໍລິເວນສານເພື່ອບໍ່ໃຫ້ປະຊາຊົນບຸກເຂົ້າໄປໃນສານ ແລະ ລະດົມກຳລັງເຈົ້າໜ້າທີ່ຕັ້ງດ້ານກວດທົ່ວນະຄອນຫຼວງໂຊ ເພື່ອສະກັດຄວາມພະຍາຍາມລະດົມພົນປະທ້ວງຄັ້ງໃຫຍ່ຂອງທັງສອງຝ່າຍ


No comments

Powered by Blogger.