ອພສ ອອກລະບຽບການນຳໃຊ້ອິນເຕີເນັດ ແລະ ສື່ສານອອນລາຍຂອງພະສົງສາມະເນນ - ອິດສະຫຼະ

ອພສ ອອກລະບຽບການນຳໃຊ້ອິນເຕີເນັດ ແລະ ສື່ສານອອນລາຍຂອງພະສົງສາມະເນນ



ອົງການພຸດທະສາສະໜາສຳພັນລາວ ອອກລະບຽບວ່າດ້ວຍການໃຊ້ອິນເຕີເນັດ ສື່ສານອອນລາຍຂອງພະສົງສາມະເນນ ເລກທີ 206/ອພສ ລົງວັນທີ 6 ມີນາ 2017 ມີຜົນບັງຄັບໃຊ້ກັບພະສົງສາມະເນນທົ່ວປະເທດດັ່ງນີ້:

ມາດຕາ 1: ວ່າດ້ວຍສື່ອອນລາຍ: ສື່ອອນລາຍປະເພດຕ່າງໆເຊັ່ນ: Facebook, Line, Whatsapp, Wechat, Twitter, Instragram ແລະ ສື່ອນລາຍຕ່າງໆທີ່ສັງຄົມນິຍົມໃຊ້ ພະສົງສາມະເນນມີສິດນຳໃຊ້ແຕ່ພາຍໃຕ້ລະບຽບການ ແລະ ຂໍ້ກຳນົດຂອງເຈົ້າອະທິການວັດ ນິຕິກຳກ່ຽວກັບລະບຽບການໃຊ້ສື່ທີ່ຖືກຕ້ອງທີ່ທາງສູນກາງ ອພສ ວາງອອກ ແລະ ກົດໝາຍຕ່າງໆຂອງຝ່າຍບ້ານເມືອງວາງອອກ

ມາດຕາ 2: ວ່າດ້ວຍພະສົງສາມະເນນ ພໍ່ຂາວແມ່ຂາວ
- ພະສົງສາມະເນນ ແລະ ພໍ່ຂາວແມ່ຂາວຕົນໃດທີ່ນຳໃຊ້ Profile ເປັນຮູບພະສົງສາມະເນນ ຫຼື ພໍ່ຂາວແມ່ຂາວ ແລະ ພາກສ່ວນທີ່ Post ຂໍ້ມູນ, ຮູບພາບ, ວີດີໂອ, ຂໍ້ຄວາມຕ່າງໆກ່ຽວກັບວັດຕົນ ຫຼື ຂໍ້ມູນກ່ຽວກັບພຸດທະສາສະໜາຕ້ອງແຈ້ງ User Name ໃຫ້ທາງເຈົ້າອະທິການວັດຮູບຮູ້ ເພື່ອຕິດຕາມພຶດຕິກຳການໃຊ້ສື່ຕ່າງໆຂອງພະລູກວັດຂອງຕົນ
- ເຈົ້າອະທິການວັດຕ້ອງລວບລວມ ແລະ ນຳສະເໜີຂໍ້ມູນກ່ຽວກັບການນຳໃຊ້ສື່ໂດຍສະເພາະ facebook ຂອງພະສົງສາມະເນນພາຍໃນວັດຂອງຕົນໃຫ້ພາກສ່ວນ ອພສ ເມືອງ ອພສ ແຂວງ, ນະຄອນຫຼວງ ແລະ ສູນກາງຕາມລຳດັບເພື່ອເປັນຖານຂໍ້ມູນ
- ຫ້າມພະສົງສາມະເນນຫຼິ້ນໂທລະສັບ, ຖ່າຍຮູບ, ວິດີໂອ ຫຼື ​Selfie ໃນເວລາປະກອບພິທີກຳຕ່າງໆທາງສາສະໜາບໍ່ວ່າຈະຢູ່ພາຍໃນວັດ ຫຼື ນອກວັດກໍ່ຕາມ ຍົກເວັ້ນທີ່ມີມືກ້ອງຖ່າຍໃຫ້ ແຕ່ກໍ່ຕ້ອງຢູ່ໃນອາການກິລິຍາທີ່ສົມຄວນ.

ມາດຕາ 3: ວ່າດ້ວຍການ Post ກົດ Like ກົດ Share ແລະ Comment
- ຫ້າມພະສົງສາມະເນນ, ພໍ່ຂາວແມ່ຂາວ Post ກົດ Like ກົດ Share ແລະ Comment ຮູບພາບ, ວິດີໂອ, ຂໍ້ຄວາມຕ່າງໆທີ່ລາມົກອະນາຈານ ເຊິ່ງເຮັດໃຫ້ເສຍຫາຍ ແລະ ເກີດພາບລັກທີ່ບໍ່ດີຕໍ່ບົດບາດຂອງພະສົງ
- ຫ້າມພະສົງສາມະເນນ ໂພດຮູບຂອງຕົນ ຫຼື ພະສົງສາມະເນນອົງໃດໆກໍ່ຕາມ ໃນກິລິຍາອາການທີ່ບໍ່ສຸພາບ ແລະ ບໍ່ສຳລວມເປັນຕົ້ນວ່າ ບໍ່ສວມໃສ່ຈີວອນຄົບໄຕ, ປະໂຕ, ອອກກຳລັງກາຍ, ສູບຢາ, ຍົກສອງນິ້ວ, ເຮັດໜ້າຫວານແວ໋ວ, ແຕ໋ວແຕກ ເປັນຕົ້ນ ລວມທັງໃສ່ຊຸດເຄິ່ງພະສົງເຄິ່ງຄະລາວາດ ແລະ ການອວດອ້າງໂຫນໂຕເປັນຕົ້ນ.

ມາດຕາ 4: ວ່າດ້ວຍ Page:
- ມອບໃຫ້ໜ່ວຍງານ ICT ແລະ ຄວບຄຸມສື່ພະສົງຕິດຕາມຢ່າງໃກ້ຊິດ Page ທີ່ວິຈານ ແລະ ໃສ່ຮ້າຍປ້າຍສີ, ບິດເບືອນຄວາມເປັນຈິງທຳລາຍບົດບາດຂອງພະສົງ (ລວມທັງທີ່ເປັນເລື່ອງຈິງ ແລະ ຫຼອກລວງ)
- ສົ່ງເສີມໃຫ້ລາງວັນ Page ທີ່ສະໜັບສະໜູນການ Post ພາບ, ວິດີໂອ, ຂໍ້ຄວາມ ແລະ ຂໍ້ມູນຂ່າວສານທີ່ເປັນກິດຈະກຳສັງຄະກຳ ແລະ ການສ້າງຄຸນງາມຄວາມດີຂອງພະສົງ ເປັນຕົ້ນວ່າການຊ່ວຍເຫຼືອສັງຄົມເປັນຕົ້ນ.

ມາດຕາ 5: ວ່າດ້ວຍການລົງໂທດ ແລະ ປັບອາບັດ
- ຫາກເຫັນວ່າພະສົງສາມະເນນ, ພໍ່ຂາວແມ່ຂາວ ອົງ/ຕົນໃດ ໄດ້ກະທຳຜິດ ມອບໃຫ້ເຈົ້າອະທິການວັດ ຮ່ວມກັບພະວິໄນທອນ, ພະທຳມະທອນ ແລະ ໜ່ວຍງານຄວບຄຸມສື່ອອນລາຍພະສົງ ເປັນຜູ້ສືບສວນສອບສວນ ແລະ ລົງໂທດຕາມພະທຳມະວິໄນ, ທຳມະນູນປົກຄອງສົງ, ກົດລະບຽບຂໍ້ຫ້າມຂອງພະສົງ ແລະ ກົດໝາຍບ້ານເມືອງ ຕາມສົມຄວນແກ່ຄວາມຜິດນັ້ນໆ

ມາດຕາ 6: ກົດລະບຽບສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ

ສູນກາງອົງການພຸດທະສາສະໜາສຳພັນລາວ
ຫົວໜ້າກຳມາທິການປົກຄອງສົງທົ່ວປະເທດ

ພະອາຈານ ບຸນສີ ວົງພູມີ

No comments

Powered by Blogger.