ຈີນວິຈານສິດທິມະນຸດໃນສະຫະລັດ ອາເມຣິກາ "ຊົ່ວຮ້າຍທີ່ສຸດ" ເພື່ອຕອບໂຕ້ລາຍງານຂອງສະຫະລັດ - ອິດສະຫຼະ

ຈີນວິຈານສິດທິມະນຸດໃນສະຫະລັດ ອາເມຣິກາ "ຊົ່ວຮ້າຍທີ່ສຸດ" ເພື່ອຕອບໂຕ້ລາຍງານຂອງສະຫະລັດ



ສຳນັກຂ່າວຕ່າງປະເທດລາຍງານ 10 ມີນາ 2017 ວ່າ: ສຳນັກຂ່າວສານຂອງສະພາແຫ່ງສາທາລະນະລັດ ປະຊາຊົນຈີນ ເຜີຍແຜ່ລາຍງານເມື່ອວັນສຸກນີ້ ກ່ຽວກັບສະຖານະການດ້ານສິດທິມະນຸດໃນສະຫະລັດ ອາເມຣິກາ ວ່າຍັງຄົງເຕັມໄປດ້ວຍການເລືອກປະຕິບັດທາງເຊື້ອຊາດ ແລະ ສີຜິວ ໃນຂະນະທີ່ການເລືອກຕັ້ງປະທານາທິບໍດີແທ້ຈິງເປັນພຽງ "ລະຄອນສາກໜຶ່ງ" ທີ່ເຄືອບແຝງໄປດ້ວຍອິດທິພົນ ແລະ ອຳນາດຂອງເງິນຕາ ການກະທຳຂອງປະເທດທີ່ຕັ້ງຕົນເປັນ "ຜູ້ພິທັກສິດທິມະນຸດ" ສະແດງໃຫ້ທຸກຝ່າຍໄດ້ປະຈັກແຈ້ງວ່າ ສິດທິມະນຸດເປັນພຽງ "ວາທະກຳທີ່ຫຼອກລວງ" ເທົ່ານັ້ນເອງ.

ລາຍງານສະບັບດັ່ງກ່າວຂອງລັດຖະບານຈີນເນັ້ນວິຈານຄວາມສຳພັນລະຫວ່າງຕຳຫຼວດຜິວຂາວກັບຊາວຜິວສີອາຟຣິກາ-ອາເມຣິກາໃນສະຫະລັດເປັນຫຼັກ ຕະຫຼອດຮອດຄຸນນະພາບຊີວິດຂອງຊາວອາເມຣິກາເຊື້ອຊາດຮິສແປນິກວ່າບໍ່ໄດ້ຮັບການປະຕິບັດຢ່າງເທົ່າທຽມທັງໃນດ້ານຂະບວນການທາງກົດໝາຍທີ່ລວມເຖິງການຮັບໂທດຈຳຄຸກ, ການຈ້າງງານ ແລະ ການສຶກສາ ໂດຍໄດ້ຮັບບົດລົງໂທດທີ່ "ໜັກວ່າ" ເມື່ອທຽບກັບຊາວຜິວຂາວທີ່ລະເມີດກົດໝາຍໃນຂໍ້ຫາດຽວກັນ ແລະ ມີລາຍໄດ້ໜ້ອຍກວ່າເມື່ອທຽບການເຮັດວຽກໃນຕຳແໜ່ງດຽວກັນ.

ຂະນະດຽວກັນລາຍງານຍັງລະບຸວ່າ: ສະຫະລັດກະທຳການລະເມີດສິດທິມະນຸດ "ຢ່າງຮ້າຍແຮງ" ໃນຫຼາຍປະເທດໂດຍສະເພາະປະຕິບການທາງການທະຫານໃນອິຣັກ, ຊີຣີ ແລະ ອັບຟະການິດສະຖານ ຕະຫຼອດຮອດຄວາມພະຍາຍາມທີ່ລົ້ມເຫຼວໃນການປິດຄຸກກວນຕານາໂມ ແລະ ການສອດແນມປະຊາຊົນຂອງຕົນເອງ ແລະ ລັດຖະບານຕ່າງປະເທດແບບໄຮ້ຂອບເຂດ.

ທັງນີ້ຈີນອອກລາຍງານວິຈານສະຖານະການສິດທິມະນຸດຂອງສະຫະລັດໂດຍສະເພາະຕັ້ງແຕ່ປີ 2000 ເປັນຕົ້ນມາ ເພື່ອຕອບໂຕ້ລາຍງານປະຈຳປີ 2 ສະບັບຂອງກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ທີ່ປະເມີນສະຖານະາກນສິດທິມະນຸດ ແລະ ການຄ້າມະນຸດທົ່ວໂລກ ໂດຍສຳລັບສະຖານະການດ້ານສິດທິມະນຸດຂອງຈີນຕາມລາຍງານຂອງສະຫະລັດທີ່ເຜີຍແຜ່ເມື່ອຕົ້ນເດືອນນີ້ລະບຸວ່າ "ຍັງຊົ່ວຮ້າຍຢູ່"


No comments

Powered by Blogger.