ໄພອຶດຫິວໃນໂລກຮຸນແຮງທີ່ສຸດ ນັບຕັ້ງແຕ່ຍຸກສົງຄາມໂລກຄັ້ງທີ II - ອິດສະຫຼະ

ໄພອຶດຫິວໃນໂລກຮຸນແຮງທີ່ສຸດ ນັບຕັ້ງແຕ່ຍຸກສົງຄາມໂລກຄັ້ງທີ II



ສຳນັກຂ່າວຕ່າງປະເທດລາຍງານ 11 ມີນາ 2017: ວ່າ UN ກ່າວຕໍ່ທີ່ປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເມື່ອວັນສຸກທີ່ຜ່ານມາວ່າ: ໂລກກຳລັງພົບກັບບັນຫາທາງດ້ານມະນຸດທີ່ຮຸນແຮງທີ່ສຸດ ນັບຕັ້ງແຕ່ສິ້ນສຸດສົງຄາມໂລກຄັ້ງທີ II ຫຼື ນັບຕັ້ງແຕ່ການກໍ່ຕັ້ງ UN ເມື່ອປີ 1945 ໂດຍປະເທດທີ່ພົບກັບວິກິດການຫຼາຍທີ່ສຸດໄດ້ແກ່ ເຢເມນ, ຊູດັງໃຕ້, ໂຊມາລີ ແລະ ພາກຕາເວັນອອກຂອງນີເຊຣີ ເຊິ່ງເປັນຖານທີ່ໝັ້ນຂອງກຸ່ມໂບໂກ ຮາຣາມ

ເຊິ່ງ UN ຮຽກຮ້ອງໃຫ້ປະຊາຄົມໂລກຮ່ວມກັນມອບຄວາມຊ່ວຍເຫຼືອຜ່ານການລະດົມທຶນເຂົ້າສູ່ໂຄງການຂອງ UN ທີ່ຕ້ອງການທຶນຢ່າງໜ້ອຍ 4,400 ລ້ານໂດລາສະຫະລັດ ພາຍໃນເດືອນ ກໍລະກົດນີ້ ສຳລັບນຳໄປຈັດຫາອາຫານ ແລະ ສິ່ງຂອງຈຳເປັນໃຫ້ແກ່ປະຊາຊົນຫຼາຍກວ່າ 20 ລ້ານຄົນໃນທັງ 4 ປະເທດ ເຊິ່ງກຳລັງອຶດຫິວຢ່າງຮຸນແຮງ ແລະ ອາດອົດຕາຍໃນອີກບໍ່ດົນ ໂດຍຮອງເລຂາ UN ກ່າວວ່າເຢເມນເປັນປະເທດທີ່ໜ້າເປັນຫ່ວງທີ່ສຸດ ໂດຍ 2 ໃນ 3 ຂອງປະຊາກອນປະມານ 28 ລ້ານຄົນກຳລັງຂາດອາຫານຢ່າງໜັກ.

ຂະນະທີ່ສະຖານະການໃນຊູດັງໃຕ້ຮຸນແຮງຂຶ້ນເລື້ອຍໆ ເຊິ່ງເປັນຜົນມາຈາກສົງຄາມກາງເມືອງທີ່ແກ່ຍາວຕັ້ງແຕ່ປີ 2013 ປິດກັນໂອກາດດຂອງ UN ໃນການລົງພື້ນທີ່ສົ່ງມອບອາຫານໃຫ້ແກ່ປະຊາຊົນ ປັດຈຸບັນ UN ປະເມີນຈຳນວນປະຊາຊົນຊູດັງໃຕ້ທີ່ລໍຖ້າຄວາມຊ່ວຍເຫຼືອດ້ານມະນຸດຈາກພາຍນອກປະມານ 7.5 ລ້ານຄົນ ເພີ່ມຂື້ນ 1.4 ລ້ານຄົນຈາກສະຖິຕິປີ 2016 ໂດຍໃນຈຳນວນດັ່ງກ່າວເປັນເດັກນ້ອຍກວ່າ 1 ລ້ານຄົນ ແລະ ນັບຕັ້ງແຕ່ຕົ້ນປີນີ້ມີປະຊາຊົນຊູດັງໃຕ້ເກືອບ 200,000 ຄົນພະຍາຍາມລີ້ໄພການສູ້ຮົບໄປຍັງຊູດັງເຊິ່ງຢູ່ທາງພາກເໜືອຂອງປະເທດ.


No comments

Powered by Blogger.