ເຈົ້າໜ້າທີ່ໄທຈັບຄົນລາວ ຂົນຢາບ້າເຂົ້າປະເທດ ອ້າງວ່າໝູ່ຝາກ - ອິດສະຫຼະ

ເຈົ້າໜ້າທີ່ໄທຈັບຄົນລາວ ຂົນຢາບ້າເຂົ້າປະເທດ ອ້າງວ່າໝູ່ຝາກ



ເມື່ອວັນທີ 10 ມີນາ 2017: ເຈົ້າໜ້າທີ່ໄທໄດ້ຖະແຫຼງການຈັບກຸມຄົນລາວຊື່ ທ້າວ ໄກສອນ ສີລາພັນ ອາຍຸ 32 ປີ ສັນຊາດລາວ ເປັນຄົນແຂວງບໍລິຄຳໄຊ ທີ່ເຊື່ອງຢາບ້າ 181 ເມັດເຂົ້າປະເທດໄທ ເຊິ່ງການຈຳກຸມຄັ້ງນີ້ແມ່ນເກີດຈາກການກວດປົກກະຕິປະຈຳດ່ານຂອງເຈົ້າໜ້າທີ່ ຈົນມາຮອດເວລາ 12:20 ຂອງວັນທີ 10 ໄດ້ມີລົດຕູ້ສາຍ ນະຄອນພະນົມ-ອຸດອນ ແລ່ນຜ່ານທາງມາ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດ ພົບວ່າທ້າວ ໄກສອນ ຜູ້ຕ້ອງຫາທີ່ຖືກຈັບກຸມມີທ່າທີມີພິລຸດ ເຈົ້າໜ້າທີ່ຈຶ່ງເຊີນຕົວລົງຈາກລົດພ້ອມກະເປົ໋າເພື່ອກວດກາຢ່າງລະອຽດ ພົບເຫັນທ້າວ ໄກສອນ ຮີບຈັບຖົງສີດຳອອກຈາກະເປົ໋າແລ້ວຍັດໃສ່ໃນໂສ້ງຢ່າງວ່ອງໄວ ເຈົ້າໜ້າທີ່ຈຶ່ງໄດ້ກວດຄົ້ນພົບມີຢາບ້າເຊື່ອງຢູ່ພາຍໃນຈຳນວນ 181 ເມັດ ຈຶ່ງໄດ້ຄວບຄຸມຕົວໄວ້.

ຈາກການສອບສວນເບື້ອງຕົນ ທ້າວ ໄກສອນ ຜູ້ຕ້ອງຫາຍັງໃຫ້ການປະຕິເສດວ່າຢາບ້າທັງໝົດບໍ່ແມ່ນຂອງຕົນ ແຕ່ເປັນຂອງໝູ່ຄົນລາວຝາກມາ.


No comments

Powered by Blogger.