ນັກວິທະຍາສາດຢືນຢັນ "ມັນຝຣັ່ງ" ສາມາດປູກເທິງດາວອັງຄານໄດ້ - ອິດສະຫຼະ

ນັກວິທະຍາສາດຢືນຢັນ "ມັນຝຣັ່ງ" ສາມາດປູກເທິງດາວອັງຄານໄດ້



ນັກວິໄຈສູນມັນຝຣັ່ງລະຫວ່າງປະເທດ ແລະ University of Engineering and Technology ປະເທດເປຣູ ຢືນຢັນວ່າມັນຝຣັ່ງສາມາດປູກໄດ້ຢູ່ດິນເທິງດາວອັງຄານ ຫາກໄດ້ຮັບສານອາຫານ ແລະ ນໍ້າພຽງພໍ.

ນັກວິໄຈທົດລອງປູກມັນຝຣັ່ງຫຼາຍພັນຢູ່ທະເລຊາຍ Pampas de La Joya ໃນເປຣູ ເຊິ່ງນັກວິທະຍາສາດເຊື່ອວ່າມີສະພາບຄ້າຍຄືກັບດິນເທິງດາວອັງຄານ ແລະ ໄດ້ປັບສະພາບແວດລ້ອມຕ່າງໆໃຫ້ຄ້າຍຄືກັບສະພາບແວດລ້ອມດາວອັງຄານຫຼາຍທີ່ສຸດ ລວມທັງອຸນຫະພູມ, ຄວາມກົດອາການ, ລະດັບອົກຊີແຊນ ແລະ ອາຍກາກໂບນິກ.

ໂດຍໄດ້ຮັບຄວາມຊ່ວຍເຫຼືອຈາກອົງການນາຊາຂອງສະຫະລັດ ອາເມຣິກາ ຜົນທີ່ໄດ້ໄດ້ໜ້າພໍໃຈ ໂດຍສະເພາະກັບມັນຝຣັ່ງພັນອຶດທີ່ມີຄວາມທົນທານສູງຕໍ່ສະພາບອານກາດທີ່ຮຸນແຮງໃນພື້ນຜິວໂລກ.

ນັ້ນໝາຍຄວາມວ່າໃນອະນາຄົດຫາກມະນຸດຂຶ້ນໄປຕັ້ງຖິ່ນຖານເທິງດາວອັງຄານຢ່າງຈິງຈັງ ອາຫານຍອດນິຍົມຢູ່ເທິງນັ້ນກໍ່ອາດໜີບໍ່ພົ້ນ ຈືດມັນຝຣັ່ງ ຫຼື French Fries ຄືກັບຄົນທີ່ຢູ່ໃນໂລກ.

No comments

Powered by Blogger.