ມາຮູ້ຈັກສານອັນຕະລາຍ "Triclosan" ທີ່ຫາກໍ່ຖືກສັ່ງຫ້າມປະສົມໃນຜະລິດຕະພັນທຳຄວາມສະອາດຮ່າງກາຍ - ອິດສະຫຼະ

ມາຮູ້ຈັກສານອັນຕະລາຍ "Triclosan" ທີ່ຫາກໍ່ຖືກສັ່ງຫ້າມປະສົມໃນຜະລິດຕະພັນທຳຄວາມສະອາດຮ່າງກາຍ



ເມື່ອບໍ່ດົນມານີ້ອົງການອາຫານ ແລະ ຢາ ສະຫະລັດອາເມຣິກາ ຫຼື  FDA ມີຄຳສັ່ງຫ້າມໃຊ້ສານ Triclosan ໃນຜະລິດຕະພັນສະບູຕໍ່ຕ້ານແບັດທີເຣຍ ຫຼື Antibiotics ລວມທັງສ່ວນປະສົມຕ່າງໆອີກ 18 ຊະນິດທີ່ມັກຈະຖືກໃຊ້ໃນສະບູປະເທດຕ້ານແບັດທີເຣຍ

FDA ໃຫ້ເຫດຜົນວ່າບໍ່ມີຫຼັກຖານທາງວິທະຍາສາດທີ່ພິສູດວ່າ ສະບູທີ່ປະສົມສານເຄມີເຫຼົ່ານັ້ນມີປະສິດທິພາບດີກວ່າສະບູທຳມະດາ ຫຼື ນໍ້າລ້າໆ, ຄຳສັ່ງຫ້າມດັ່ງກ່າວຈະມີຜົນບັງຄັບໃຊ້ທົ່ວອາເມຣິກາໃນເດືອນກັນຍາປີນີ້ ແຕ່ທີ່ຜ່ານມາຫຼາຍບໍລິສັດ ລວມທັງບໍລິສັດໃຫຍ່ໆເຊັ່ນ: Proctor & Gamble ແລະ Johnson & Johnson ໄດ້ເລີ່ມຢຸດໃຊ້ສ່ວນປະສົມເຫຼົ່ານີ້ແລ້ວ ລວມທັງສານ Triclosan ແລະ triclocarban ໃນຜະລິດຕະພັນບາງຢ່າງແລ້ວ.

Triclosan ແມ່ນຫຍັງ?: Triclosan ຄືສານເຄມີຊະນິດໜຶ່ງທີ່ມັກໃຊ້ໃນການຜະລິດສະບູປະເພດຕ້ານແບັດທີເຣຍ ແລະ ບາງຄັ້ງຖືກໃຊ້ປະສົມໃນຢາຖູແຂ້ວ, ນໍ້າຢາມ້ວນປາກ, ເຄື່ອງສຳອາງ, ນໍ້າຢາຊັກເຄື່ອງ, ເຈ້ຍອະນາໄມ, ເສື້ອຜ້າ ລວມທັງຜະລິດຕະພັນເບິ່ງແຍງສຸຂະພາບອີກຫຼາກຫຼາຍຊະນິດ.

ແມ່ນຫຍັງຄືຜົນກະທົບຂອງ Triclosan ຕໍ່ຮ່າງກາຍ?: Triclosan ທີ່ຖືກດູດຊຶມຜ່ານຜິວໜັງ ຫຼື ເຂົ້າໄປທາງປາກ ຈະເຂົ້າໄປສະສົມຢູ່ໃນຮ່າງກາຍເປັນໄລຍະເວລາຍາວນານ ໂດຍມີລາຍງານຫຼາຍອັນທີ່ຊີ້ວ່າ ສານ Triclosan ອາດເຮັດໃຫ້ເກີດອາການແພ້ຕາມຜິວໜັງ, ເຮັດໃຫ້ຕ່ອມຮໍໂມນເຮັດວຽກຜິດປົກກະຕິ, ເຮັດໃຫ້ລະບົບພູມຄຸ້ມກັນອ່ອນແອ, ລະບົບຈະເລີນພັນມີບັນຫາ ຕະຫຼອດຮອດອາດກໍ່ໃຫ້ເກີດມະເຮັງໄດ້.

ນອກຈາກນີ້ ລາຍງານການວິໄຈຂອງຄະນະວິທະຍາສາດທີ University of California ວິທະຍາເຂດ Davis ຍັງບອກວ່າ ອາດສົ່ງຜົນໃຫ້ກ້າມເນື້ອອ່ອນແອ ຫຼື ກ້າມເນື້ອຜິດປົກກະຕິໄດ້ອີກດ້ວຍ.

ສ່ວນລາຍງານການວິໄຈທີ່ຕີພິມໃນວາລະສານ Oxford Journal of Toxicology Sciences ເມື່ອຫຼາຍປີກ່ອນພົບວ່າ ໜູທົດລອງທີ່ໄດ້ຮັບສານ Triclosan ເຂົ້າສູ່ຮ່າງກາຍ ມີລະດັບຮໍໂມນເທສໂທສເຕີໂຣນຫຼຸດລົງ ແລະ ເນື່ອງຈາກໜູມີໂຄງສ້າງຮ່າງກາຍພາຍໃນທີ່ຄ້າຍກັບຄົນ ນັກວິໄຈຈຶ່ງເຊື່ອວ່າສານ Triclosan ນີ້ອາດມີຜົນຕໍ່ມະນຸດເຊັ່ນກັນ ໝາຍຄວາມວ່າ "ຜູ້ຊາຍ" ທີ່ໄດ້ຮັບສານເຄມີຊະນິດນີ້ໃນປະລິມານຫຼາຍ ອາດເຮັດໃຫ້ເກີດບັນຫາເສື່ອມສະມັດຕະພາບທາງເພດ, ຂາດແຮງກະຕຸ້ນທາງເພດ, ເມື່ອຍງ່າຍ, ຈຳນວນອະສຸຈິຫຼຸດລົງ ແລະ ອາດເຖິງຂັ້ນເປັນໂລກຊຶມເສົ້າໄດ້.

ຄຳແນະນຳສຳລັບການປ້ອງກັນສານ Triclosan:
ນັກວິທະຍາສາດໄດ້ແນະນຳຫຼາຍວິທີທີ່ອາດນຳມາໃຊ້ເພື່ອປ້ອງກັນສານ Triclosan ໃນຊີວິດປະຈຳວັນຕົວຢ່າງເຊັ່ນ:
- ໃຫ້ອ່ານສະຫຼາກຜະລິດຕະພັນຢ່າງລະອຽດ ແລະ ພະຍາຍາມຫຼີກລ້ຽງຜະລິດຕະພັນທີ່ມີສ່ວນປະສົມຂອງ Triclosan (ໄຕຣໂຄລຊານ)
- ຫຼີກລ້ຽງຜະລິດຕະພັນປະເພດຕໍ່ຕ້ານ ຫຼື ຂ້າເຊື້ອແບັດທີເຣຍ ເຊິ່ງບໍ່ພຽງແຕ່ຜະລິດຕະພັນທຳຄວາມສະອາດຮ່າງກາຍເທົ່ານັ້ນ ແຕ່ຍັງລວມໄປເຖິງບ່ອນນອນ ແລະ ຜ້າປູບ່ອນ, ເຄື່ອງນຸ່ງ, ເກີບ ແລະ ສິນຄ້າອື່ນໆ ທີ່ຕິດປ້າຍຕໍ່ຕ້ານເຊື້ອແບັດທີເຣຍ ເນື່ອງຈາກມັກໃຊ້ສານ Triclosan ໃນຂະບວນການຜະລິດ
- ພະຍາຍາມໃຊ້ຜະລິດຕະພັນ Organic ຫຼື ຜະລິດຕະພັນທີ່ບໍ່ມີສ່ວນປະສົມຂອງສານເຄມີ.

ນອກຈາກນີ້ງານວິໄຈບາງອັນຍັງລະບຸອີກວ່າ ສານ Triclosan ທີ່ລົງສູ່ທໍ່ລະບາຍນໍ້າອອກໄປສູ່ທະເລ ຍັງໄປຂ້າແບັດທີເຣຍໃນລະບົບນິເວດ ທຳລາຍຫ່ວງໂຊ້ອາຫານ ແລະ ເປັນສາເຫດໜຶ່ງທີ່ເຮັດໃຫ້ສັດນໍ້າ ແລະ ສິ່ງແວດລ້ອມທາງທະເລເສຍຫາຍອີກດ້ວຍ.


No comments

Powered by Blogger.