ມຽນມາສັ່ງຫ້າມ "ພະວິຣະທູ" ເທດເປັນເວລາ 1 ປີ ເພາະປຸກປັ້ນໃຫ້ເກີດຄວາມກຽດຊັງອິດສະລາມ - ອິດສະຫຼະ

ມຽນມາສັ່ງຫ້າມ "ພະວິຣະທູ" ເທດເປັນເວລາ 1 ປີ ເພາະປຸກປັ້ນໃຫ້ເກີດຄວາມກຽດຊັງອິດສະລາມ



ສຳນັກຂ່າວຕ່າງປະເທດລາຍງານ 11 ມີນາ 2017 ວ່າ: ທ່ານ ມິນ ຊໍ ວິນ ລັດຖະມົນຕີກະຊວງສາສະໜາ ແລະ ວັດທະນະທຳມຽນມາ ປະກາດວ່າ ໄດ້ສັ່ງຫ້າມພະວິຣະທູ ເທດສະໜາພາຍໃນປະເທດເປັນເວລາ 1 ປີ ເລີ່ມມີຜົນຕັ້ງແຕ່ວັນທີ 10 ມີນາ 2017 ໄປຈົນເຖິງ ວັນທີ 9 ມີນາ ປີໜ້າ ແລະ ຈະມີບົດລົງໂທດຕາມກົດໝາຍຫາກຝາຝືນ.

ການຕັດສິນໃຈສັ່ງຫ້າມພະວິຣະທູເທດສະໜາໃນມຽນມາ 1 ປີ ເກີດຂຶ້ນລະຫວ່າງການປະຊຸມພະສົງຊັ້ນຜູ້ໃຫຍ່ 47 ຮູບ ເຊິ່ງຢູ່ຄະນະຕົວແທນພະສົງລະດັບສູງສຸດຂອງປະເທດທີ່ນະຄອນຫຼວງເນປີດໍ.

ຄະນະສົງຖະແຫຼ່ງວ່າ: ພະວິຣະທູ ເທດສະໜາສ້າງຄວາມກຽດຊັງທາງດ້ານສາສະໜາຢ່າງຕໍ່ເນື່ອງ ເຮັດໃຫ້ເກີດຄວາມຂັດແຍ່ງລະຫວ່າງສາສະໜາ, ຂັດຕໍ່ຫຼັກນິຕິທຳ ແລະ ເລືອກຂ້າງກັບພັກການເມືອງເພື່ອເຕີມເຊື້ອໄຟໃຫ້ເກີດຄວາມຕຶງຄຽດຈົນນຳໄປສູ່ການນອງເລືອດ.

No comments

Powered by Blogger.