ຜູ້ກໍ່ຕັ້ງ Wikileaks ວິຈານຄວາມສາມາດຂອງ CIA ພາຍຫຼັງເປີດເຜີຍຂໍ້ມູນລັບເລື່ອງການສອດແນມຂອງ CIA - ອິດສະຫຼະ

ຜູ້ກໍ່ຕັ້ງ Wikileaks ວິຈານຄວາມສາມາດຂອງ CIA ພາຍຫຼັງເປີດເຜີຍຂໍ້ມູນລັບເລື່ອງການສອດແນມຂອງ CIA



ສຳນັກຂ່າວຕ່າງປະເທດລາຍງານ 12 ມີນາ 2017 ວ່າ: ຜູ້ກໍ່ຕັ້ງເວັບໄຊທ໌ Wikileaks ທ່ານ ຈູລຽນ ອັສຊານ ກ່າວວ່າສຳນັກງານຂ່າວກອງກາງຂອງສະຫະລັດ ອາເມຣິກາ ຫຼື CIA ວ່າ "ໄຮ້ຄວາມສາມາດຢ່າງຮຸນແຮງ" ພາບຫຼັງທີ່ Wikileaks ສາມາດລັກລອບເກັບຂໍ້ມູນກ່ຽວກັບໂຄງການເຈາະຂໍ້ມູນ ແລະ ການສອດແນມຂອງ CIA ແລ້ວນຳໄປເຜີຍແຜ່ໄດ້.

ເມື່ອຕົ້ນອາທິດນີ້ Wikileaks ຕີພິມເອກະສານຫຼາຍພັນໜ້າ ເຊິ່ງເປັນເອກະສານທີ CIA ລະບຸວ່າເປັນຄວາມລັບ ທີ່ເປີດເຜີຍເຖິງຄວາມສາມາດໃນການເຈາະລັກຂໍ້ມູນ ແລະ ການສອດແນມຂອງ CIA

ເອກະສານດັ່ງກ່າວກ່າວຫາວ່າ CIA ມີເຄື່ອງມີທີ່ສາມາດເຈາະເຂົ້າໄປໃນເຄືອຂ່າຍ Smart Phone  ແລະ ໂທລະສັບ ເຊິ່ງເຮັດໃຫ້ CIA ສາມາດລັກລອບສອດແນມຜ່ານກ້ອງວິດີໂອ ແລະ ໄມໂຄໂຟນໃນອະປະກອນສື່ສານໜ່ວຍນັ້ນໄດ້.


ທ່ານ ຈູລຽນ ອັສຊານ ຖະແຫຼງຂ່າວຜ່ານທາງວິດີໂອອອນລາຍວ່າ ຕົນຍິນດີເຮັດວຽກຮ່ວມກັບບໍລິສັດເຕັກໂນໂລຊີຕ່າງໆ ເພື່ອຊ່ວຍປ້ອງກັນເຄື່ອງມືສອດແນມດັ່ງກ່າວຂອງ CIA ການທີ່ Wikileaks ອອກມາເປີດເຜີຍເຖິງຄວາມສາມາດຂອງໂຄງການເຈາະລັກຂໍ້ມູນ ແລະ ການສອດແນມຂອງ CIA ຄັ້ງນີ້ໄດ້ກໍ່ໃຫ້ເກີດຄວາມໜ້າເປັນຫ່ວງຕໍ່ຄວາມເປັນສ່ວນຕົວ.

ໃນສ່ວນຂອງລັດຖະມົນຕີຕ່າງປະເທດຂອງລັດເຊຍ ທ່ານ ເຊີເກ ລາຟຣອບ ກ່າວວ່າ "ຈາກນີ້ຕໍ່ໄປຕົນຈະບໍ່ນຳໂທລະສັບມືຖືເຂົ້າໃນຫ້ອງປະຊຸມອີກ ເພາະຢ້ານຖືກສອດແນມ"

No comments

Powered by Blogger.