ກົດ 10 ຂໍ້ "ຄົນມີແຟນ" ຄວນຮູ້ໄວ້ - ອິດສະຫຼະ

ກົດ 10 ຂໍ້ "ຄົນມີແຟນ" ຄວນຮູ້ໄວ້



ຄວາມຮັກຄືການເຂົ້າໃຈກັນແລະກັນ ບໍ່ແມ່ນຄວາມຫຼົງໄຫຼພຽງຮູບຮ່າງພາຍນອກ ແລະ ວັດຖຸຂອງອີກຝ່າຍໜຶ່ງ ນີ້ຄືກົດ 10 ຂໍ້ທີ່ຄົນມີແຟນຄວນຮູ້ໄວ້:

1. ເຮົາຄວນດີໃຈທີ່ມີແຟນຂີ້ຫຶງ ນັ້ນສະແດງວ່າເຮົາຍັງມີສະເໜ່ຢູ່

2. (ກົງກັນຂ້າມກັບຂໍ້ 1) ຖ້າທ່ານຮູ້ສຶກວ່າເປັນຄົນຂີ້ຫຶງຂັ້ນຮຸນແຮງ ຢ່າໄດ້ເລືອກຄົບຜູ້ຍິງ ຫຼື ຜູ້ຊາຍທີ່ໜ້າຕາ ແລະ ມະນຸດສຳພັນດີເດັດຂາດ

3. ຢ່າຄົບກັບແຟນທີ່ເວົ້າແຕ່ເລື່ອງແຟນເກົ່າໃນທາງທີ່ບໍ່ດີ ເພາະເຮົາອາດຈະເປັນລາຍຕໍ່ໄປ

4. ເຖິງຈະໄວ້ໃຈໝູ່ຫຼາຍປານໃດກໍ່ຕາມ ຢ່າໃຫ້ໝູ່ກັບແຟນຂອງເຮົາສະໝິດກັນຈົນເກີນໄປ ເພາະໄພຮຸກຮານອາດເກີດຂຶ້ນໄດ້

5. ຢ່າຈົ່ມໃຫ້ໃຜຟັງວ່າແຟນບໍ່ເຄີຍປັບປຸງຕົວເອງໃຫ້ດີຂຶ້ນຈັກເທື່ອ ເພາະເຈົ້າອາດຈະຖືກຕອບກັບມາວ່າ "ແລ້ວຊິທົນຢູ່ເຮັດຫຍັງ?"

6. ຖ້າຍົກຍໍໃນຕົວແຟນຈົນເຕັມ 100% ຄວນເກັບໄວ້ເພື່ອເຫດບໍ່ຄາດຝັນ ຫຼື ກັນແຕກ ແນ່ປະມານຈັກ 30%

7. ເຈົ້າຈະເປັນຜູ້ໃຫຍ່ຫຼາຍຂຶ້ນ ເມື່ອຄົບກັບໃຜຄົນໃດຄົນໜຶ່ງ ແລະ ຈະເປັນຜູ້ໃຫຍ່ຫຼາຍຂຶ້ນໄປອີກ ເມື່ອເຈົ້າເປັນຝ່າຍຖືກຖິ້ມ

8. ຢ່າຟ້າວມີແຟນໃນຕອນທີ່ອົກຫັກໃໝ່ໆ ເພາະເຈົ້າອາດຈະຍັງໄຈ້ແຍກບໍ່ໄດ້ວ່ານັ້ນເປັນ "ຄວາມຮັກ" ຫຼື ວ່າ "ເປັນການຂ້າເວລາໄປຊື່ໆ"

9. ສາວງາມ ຫຼື ອ້າຍບ່າວຫຼໍ່ ກໍ່ສາມາດອົກຫັກໄດ້ຄືກັນ ຖ້າເຮັດຕົວເອງບໍ່ດີ ຫຼື ມີເວລາໃຫ້ກັນບໍ່ພໍ

10. ຈົ່ງຈື່ໄວ້ເລີຍວ່າ "Sex" ບໍ່ແມ່ນສິ່ງທີ່ຜູກມັດໃຫ້ຢູ່ຄູ່ກັນຕະຫຼອດໄປ ແຕ່ຄວາມຜູກພັນທີ່ດີຕ່າງຫາກທີ່ຈະຊ່ວຍຮັດແໜ້ນໃຫ້ຢູ່ດ້ວຍກັນໄດ້ຍືນຍາວຕະຫຼອດໄປ

No comments

Powered by Blogger.