ມ.ຂອນແກ່ນ ເຊີດຊູກຽດມອບປະລິນຍາດຸດສະດີບັນດິດກິດຕິມະສັກໃຫ້ແກ່ ທ່ານ ທອງລຸນ ສີສຸລິດ - ອິດສະຫຼະ

ມ.ຂອນແກ່ນ ເຊີດຊູກຽດມອບປະລິນຍາດຸດສະດີບັນດິດກິດຕິມະສັກໃຫ້ແກ່ ທ່ານ ທອງລຸນ ສີສຸລິດ



ເມື່ອວັນອັງຄານທີ 11 ເມສາ 2017 ຮສ. ປອ. ກິດຕິໄຊ ໄຕຣຣັດຕະນະສີຣິໄຊ ອະທິການບໍດີມະຫາວິທະຍາໄລຂອນແກ່ນ ມອບປະລິນຍາສິລະປະສາດດຸດສະດີບັນດິດກິດຕິມະສັກ ສາຂາວິຊາກິດຈະການລະຫວ່າງປະເທດແດ່ ປອ. ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງ ສປປ.ລາວ ທີ່ສຳນັກຂ່າວນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ.


ສະພາມະຫາວິທະຍາໄລຂອນແກ່ນ ມີມະຕີເປັນເອກະສັນເມື່ອວັນທີ 17 ກັນຍາ 2016 ເຫັນສົມຄວນມອບປະລິນຍາສິລະປະສາດດຸດສະດີບັນດິດກິດຕິມະສັກ ສາຂາວິຊາກິດຈະການລະຫວ່າງປະເທດແດ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ, ມະຫາວິທະຍາໄລຂອນແກ່ນ ນຳໂດຍ ຮອງສາສະດາຈານ ກິດຕິໄຊ ໄຕຣຣັດຕະນຣິໄຊ ອະທິການບໍດີມະຫາວິທະຍາໄລຂອນແກ່ນ ພ້ອມດ້ວຍຄະນະລວມທັງໝົດ 18 ທ່ານ ຈຶ່ງໄດ້ເດີນທາງມາເພື່ອມອບປະລິຍາສິລະປະສາດດຸດສະດີບັນດິດກິດຕິມະສັກ ສາຂາວິຊາກິດຈະການລະຫວ່າງປະເທດແດ່ ປອ. ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ.


ປະລິນຍາກິດຕິມະສັກ ຫຼື Honorary degree ເປັນປະລິຍາທີ່ມະຫາວິທະຍາໄລຂອນແກ່ນມອບໃຫ້ແກ່ບຸກຄົນທີ່ມີຄວາມສາມາດ, ປະສົບຄວາມສຳເລັດສູງສຸດໃນວິຊາຊີບ, ມີກຽດຕິຄຸນດີເດັ່ນຈົເປັນທີ່ຍອມຮັບ ແລະ ເປັນແບບຢ່າງແກ່ບຸກຄົນທົ່ວໄປ ລວມທັງເປັນບຸກຄົນທີ່ອຸທິດຕົນເພື່ອປະໂຫຍດຕໍ່ສັງຄົມທີ່ກ່ຽວເນື່ອງກັບປະລິນຍາທີ່ໄດ້ຮັບ ເພື່ອຄົງໄວ້ເຊິ່ງສັກສີ ແລະ ສິດທິຂອງປະລິນຍາກິດຕິມະສັກ ທີ່ມະຫາວິທະຍາໄລຂອນແກ່ນມອບໃຫ້ກັບ ປອ. ທອງລຸນ ສີສຸລິດ.

No comments

Powered by Blogger.