ພູໄຟ "ຊີນາບຸງ" ປະເທດອິນໂດເນເຊຍ ລະເບີດ - ອິດສະຫຼະ

ພູໄຟ "ຊີນາບຸງ" ປະເທດອິນໂດເນເຊຍ ລະເບີດ



ສຳນັກງານໄພພິບັດອິນໂດເນເຊຍລາຍງານວ່າ ພູໄຟຊີນາບຸງລະເບີດຂຶ້ນອີກຄັ້ງເມື່ອບໍ່ພໍເທົ່າໃດວັນທີ່ຜ່ານມານີ້ ໄດ້ປ່ອຍແກັດຮ້ອນຂຶ້ນສູ່ອາກາດສູງເຖິງ 3 ກມ ແລະ ເກີດກຸ່ມຄວັນດຳຈຳນວນຫຼາຍລອຍຂຶ້ນຟ້າ.

ພູໄຟຊີນາບຸງເຊິ່ງເຄີຍສະຫງົບມາດົນນານ ໄດ້ຄືນຊີບອີກຄັ້ງໃນຮອບ 400 ປີ ເມື່ອປີ 2010 ແລະ ເລີ່ມລະເບີດອີກຄັ້ງໃນປີ 2013 ໂດຍໃນປີ 2014 ພູໄຟຊີນາບຸງໄປລະເບີດຮຸນແຮງເຮັດໃຫ້ມີຜູ້ເສຍຊີວິດ 16 ຄົນ ແລະ ປີທີ່ຜ່ານມາມີປະຊາຊົນ 7 ຄົນຕ້ອງເສຍຊີວິດຈາກການລະເບີດຂອງພູໄຟດັ່ງກ່າວ.

No comments

Powered by Blogger.