ປ.ສີ ເຕືອນ ປ.ທຣຳ ໃຫ້ແກ້ໄຂບັນຫາເກົາຫຼີເໜືອຢ່າງສັນຕິວິທີ - ອິດສະຫຼະ

ປ.ສີ ເຕືອນ ປ.ທຣຳ ໃຫ້ແກ້ໄຂບັນຫາເກົາຫຼີເໜືອຢ່າງສັນຕິວິທີ



ສື່ທາງການຈີນລາຍງານວ່າ ທ່ານ ສີ ຈິ້ນຜິງ ປະທານປະເທດຂອງຈີນ ຫາລືທາງໂທລະສັບກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ເລື່ອງເກົາຫຼີເໜືອເພື່ອປ້ອງກັນບໍ່ໃຫ້ຄວາມຕຶງຄຽດບານປາຍ ພາຍຫຼັງທີ່ ປ.ທຣຳ ສັ່ງກອງເຮືອຮົບໂຈມຕີມາຍັງຄາບສະໝຸດເກົາຫຼີ.

ກະຊວງການຕ່າງປະເທດຂອງຈີນລະບຸວ່າ: ປ.ສີ ຢໍ້າວ່າຈີນສະໜັບສະໜູນການແກ້ບັນຫານິວເຄຼຍເກົາຫຼີເໜືອດ້ວຍວິທີສັນຕິ.

ຈີນຍັງປາດຖະໜາຈະຮັກສາການຕິດຕໍ່ ແລະ ຮ່ວມມືກັບສະຫະລັດອາເມຣິກາໃນບັນຫາຄາບສະໝຸດເກົາຫຼີ ຂະນະທີ່ ປ.ທຣຳ ກ່າວວ່າ ການທີ່ສອງຜູ້ນຳມີສາຍສຳພັນກັນຢ່າງໃກ້ຊິດນັ້ນເປັນເລື່ອງສຳຄັນຫຼາຍ ດ້ວຍເຫດນີ້ ປ.ທຣຳ ຈຶ່ງເຫັນວ່າສະຫະລັດອາເມຣິກາກັບຈີນຄວນມີການຮ່ວມມືກັນໃຫ້ຫຼາຍດ້ານຍິ່ງຂຶ້ນ ເພື່ອຮັດແໜ້ນ ແລະ ຂະຫຍາຍສາຍພົວພັນລະຫວ່າງກັນ.


No comments

Powered by Blogger.