ສະຫະລັດອາເມຣິກາຖິ້ມລະເບີດ ທີ່ໃຫຍ່ທີ່ສຸດໂຈມຕີຮັງຂອງ ISIS ໃນອາຟະການິດສະຖານ - ອິດສະຫຼະ

ສະຫະລັດອາເມຣິກາຖິ້ມລະເບີດ ທີ່ໃຫຍ່ທີ່ສຸດໂຈມຕີຮັງຂອງ ISIS ໃນອາຟະການິດສະຖານ



ສຳນັກຂ່າວຕ່າງປະເທດລາຍງານ 14 ເມສາ 2017 ວ່າ: ກອງທັບສະຫະລັດອາເມຣິກາໃນອາຟະການິດສະຖານອອກຖະແຫຼງການລະບຸວ່າ ກອງທັບສະຫະລັດໄດ້ຖິ້ມລະເບີດລູກໃຫຍ່ GBU-43 MOAB ຫຼື "ແມ່ແຫ່ງລະເບີດ" ໂຈມຕີເປົ້າໝາຍສະຖານທີ່ກົບດານໃຕ້ດິນຂອງກຸ່ມຫົວຮຸນແຮງ ISIS ໃນເຂດອາຊິນ ແຂວງນັກກາຮາ ປະເທດອາຟະການິດສະຖານ ເມື່ອເວລາ 19:32 ນາທີ ຂອງວັນພະຫັດທີ 13 ເມສາ 2017 ຕາມເວລາທ້ອງຖິ່ນ.

ຂະນະທີ່ໂຄສົກກອງທັບສະຫະລັດຖະແຫຼງວ່າ: ລະເບີດ GBU-43 MOAB ເປັນລະເບີດລູກໃຫຍ່ທີ່ສຸດທີ່ບໍ່ແມ່ນລະເບີດນິວເຄຼຍທີ່ຖືກນຳມາໃຊ້ໃນປະຕິບັດການທາງການທະຫານຄັ້ງນີ້ ໂດຍນຳຂຶ້ນເຮືອບິນຂົນສົ່ງ MC-130.

ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ກ່າວເຖິງປະຕິບັດການໂຈມຕີດັ່ງກ່າວວ່າ ປະສົບຄວາມສຳເລັດຢ່າງຍິງ ແລະ ຕົນມີຄວາມພູມໃຈຕໍ່ກອງທັບສະຫະລັດຫຼາຍ ທີ່ໄດ້ເປັນຜູ້ອະນຸມັດໃຫ້ດຳເນີນການປະຕິບັດການໂຈມຕີດັ່ງກ່າວດ້ວຍຕົນເອງ.

ໃນດ້ານຂອງອະດີດປະທານປະເທດອະຟະການິດສະຖານ ທ່ານ ຮາມິດ ຄາໄຊ ໄດ້ອອກມາກ່າວປະນາມວ່າ: ການໃຊ້ລະເບີດ GBU-43 MOAB ໃນດິນແດນຂອງອາຟະການິດສະຖານນັ້ນແມ່ນໄຮ້ມະນຸດສະທຳ ແລະ ລໍ້າເສັ້ນເກີນໄປແລ້ວ "ນີ້ບໍ່ແມ່ນສົງຄາມຕໍ່ຕ້ານການກໍ່ການຮ້າຍ ແຕ່ເປັນການໃຊ້ແຜ່ນດິນຂອງພວກເຮົາໃນທາງທີ່ຜິດຢ່າງໄຮ້ມະນຸດສະທຳ ແລະ ໂຫດຮ້າຍ ເພື່ອເປັນບ່ອນທົດລອງອາວຸດໃໝ່ ແລະ ອັນຕະລາຍແບບນີ້".

ລະເບີດ GBU-43 MOAB ເປັນລະເບີດຂະໜາດໃຫຍ່ມີຄວາມຍາວ 9 ແມັດ, ນໍ້າໜັກ 9,800 ກິໂລກຣາມ ແລະ ໃຊ້ລະບົບນຳທາງ GPS ໂດຍເຮືອບິນຂົນສົ່ງ MC-130 ເປັນພາຫະນະໃນການຖິ້ມລະເບີດ, ແຮງຂອງລະເບີດສາມາດແຜ່ຄື້ນອັດອາກາດຈຳນວນມະຫາສານກະຈາຍໄປໄດ້ໃນທຸກທິດທາງກວ່າ 1 ກິໂລແມັດ.

No comments

Powered by Blogger.