ຈີນ ສະເໜີໃຫ້ເກົາຫຼີເໜືອ ຍົກເລິກນິວເຄຼຍແລກກັບການຄຸ້ມຄອງຈາກຈີນ - ອິດສະຫຼະ

ຈີນ ສະເໜີໃຫ້ເກົາຫຼີເໜືອ ຍົກເລິກນິວເຄຼຍແລກກັບການຄຸ້ມຄອງຈາກຈີນ



ສຳນັກຂ່າວຕ່າງປະເທດລາຍງານ 14 ເມສາ 2017 ວ່າ: ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນກ່າວເມື່ອວັນພະຫັດທີ່ຜ່ານມາ ກ່ຽວກັບບັນຍາກາດໃນຄາບສະໝຸດເກົາຫຼີທີ່ທະວີຄວາມຕຶງຄຽດຢ່າງຕໍ່ເນື່ອງ ດ້ວຍການຢໍ້າເຕືອນວ່າການໃຊ້ກຳລັງທະຫານບໍ່ແມ່ນທາງອອກໃນການແກ້ໄຂວິກິດໃນຄັ້ງນີ້ ການເຈລະຈາຮ່ວມກັນຢ່າງສັນຕິຄືຫົນທາງດຽວເທົ່ານັ້ນທີ່ຈະສາມາດຜ່ອນຄາຍຄວາມຂັດແຍ່ງຂອງຄູ່ກໍລະນີໄດ້.

ໃນຂະນະດຽວກັນໜັງສືພິມ ເຊິ່ງເປັນໜັງສືພິມຂອງພັກຄອມມູນິດຈີນລະບຸວ່າ: ຫາກລັດຖະບານເກົາຫຼີເໜືອຢຸດຕິໂຄງການນິວເຄຼຍຂອງຕົນທັນທີແລ້ວ ລັດຖະບານຈີນຈະປົກປ້ອງ ແລະ ຄຸ້ມຄອງເກົາຫຼີເໜືອຢ່າງສຸດຄວາມສາມາດ ຫາກຕົກເປັນເປົ້າໝາຍຂອງການຮຸກຮານຈາກປະເທດອື່ນແທ້.

No comments

Powered by Blogger.