ເກົາຫຼີເໜືອກ່າວ ສະຫະລັດອາເມຣິກາ ຄືຕົວການສ້າງຄວາມຕຶງຄຽດໃນຄາບສະໝຸດເກົາຫຼີ - ອິດສະຫຼະ

ເກົາຫຼີເໜືອກ່າວ ສະຫະລັດອາເມຣິກາ ຄືຕົວການສ້າງຄວາມຕຶງຄຽດໃນຄາບສະໝຸດເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 14 ເມສາ 2017 ວ່າ: ທ່ານ ຮານ ຊອງ-ຣະຢໍ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຂອງເກົາຫຼີເໜືອໄດ້ໃຫ້ສຳພາດກັບຜູ້ສື່ຂ່າວ AP ໃນນະຄອນຫຼວງປຽງຢາງວ່າ ການທີ່ທ່ານ ໂດໂນ ທຣຳ ໂພສຂໍ້ຄວາມໃນ Twitter ທີ່ສະແດງອອກເຖິງຄວາມແຂງກ້າວຕໍ່ການຈະໂຈມຕີເກົາຫຼີເໜືອຫຼາຍຄັ້ງ ເຮັດໃຫ້ເກີດບັນຫາຄວາມຕຶງຄຽດໃນພູມມິພາກ ເຊິ່ງຂະນະນີ້ບັນຫາຄວາມຂັດແຍ່ງໃນຄາບສະໝຸດເກົາຫຼີກໍ່ກາຍເປັນວົງວຽນທີ່ບໍ່ຈົບບໍ່ສິ້ນຈັກເທື່ອ.


ທ່ານ ຮານ ຍັງເຕືອນສະຫະລັດອາເມຣິກາວ່າເກົາຫຼີເໜືອຈະບໍ່ຢືນກອດເອິກເບິ່ງການໂຈມຕີຂອງສະຫະລັດ ຫາກເກົາຫຼີເໜືອຖືກໂຕມຕີກ່ອນ ໂດຍຂະນະນີ້ຈີນກຳລັງຮ້ອງຂໍໃຫ້ສະຫະລັດໃຈເຢັນໆຢ່າໃຊ້ປະຕິບັດການທາງການທະຫານຕໍ່ເກົາຫຼີເໜືອ ແລະ ບອກວ່າການນຳເກົາຫຼີເໜືອກັບສູ່ໂຕະການເຈລະຈານັ້ນ ເປັນທາງອອກທີ່ດີທີ່ສຸດສຳລັບທຸກຝ່າຍ.

ຜູ້ຊ່ຽວຊານໃນຈີນວິເຄາະວ່າ ທ່ານ ທຣຳ ບໍ່ຄວນໃຊ້ວີທີຖິ້ມລະເບີດ ຫຼື ຍິງຂີປະນາວຸດໂຈມຕີເກົາຫຼີເໜືອຄືກັບທີ່ເຮັດໃຫ້ຊີຣີ ແລະ ອາຟະການິດສະຖານ ເພາະເກົາຫຼີເໜືອສາມາດຕອບໂຕ້ດ້ວຍການຍິງອາວຸດນິວເຄຼຍເຂົ້າໃສ່ເກົາຫຼີໃຕ້ ຫຼື ຍີ່ປຸ່ນ ແລະ ຈະເຮັດໃຫ້ເກີດສົງຄາມຊຳເຮື້ອຍາວນານ ແລະ ຮຸນແຮງໃນພູມມິພາກ ເຖິງແມ່ນວ່າໂອກາດທີ່ສະຫະລັດຈະໂຈມຕີເກົາຫຼີເໜືອມີໜ້ອຍກໍ່ຕາມ ແຕ່ທ່ານ ທຣຳ ເປັນປະທານປະເທດສະຫະລັດທີ່ຄາດເດົາໄດ້ຍາກ ຈຶ່ງເຮັດໃຫ້ຫຼາຍຝ່າຍຄາດຄະເນບໍ່ໄດ້ວ່າຈະເກີດຫຍັງຂຶ້ນ.

No comments

Powered by Blogger.