ADB ປະເມີນເສດຖະກິດລາວປີນີ້ ຈະຂະຫຍາຍຕົວ 6.9% - ອິດສະຫຼະ

ADB ປະເມີນເສດຖະກິດລາວປີນີ້ ຈະຂະຫຍາຍຕົວ 6.9%



ໜັງສືພິມເສດຖະກິດ-ການຄ້າລາຍງານວ່າ: ໃນບົດລາຍງານສະບັບໜ້າສຸດຂອງທະນາຄານພັດທະນາອາຊີ (ADB) ຄາດວ່າ: ເສດຖະກິດຂອງ ສປປ.ລາວ ຈະຂະຫຍາຍຕົວດີຂຶ້ນມາຢູ່ທີ່ 6.9% ໃນປີ 2017 ຈາກ 6.8% ໃນປີ 2016 ໂດຍໄດ້ແຮງສະໜັບສະໜູນຈາກການເພີ່ມຂຶ້ນຂອງຜະລິດຕະພັນ, ການຂະຫຍາຍຂອງຂະແໜງການບໍລິການ ແລະ ໂຄງການກໍ່ສ້າງລົດໄຟ.

ທ່ານ ຢາຊຸກິ ເນກິຊິ ຜູ້ຕາງໜ້າສຳນັກງານທະນາຄານພັດທະນາອາຊີ ປະຈຳ ສປປ.ລາວ ກ່າວໃນງານເຜີຍແຜ່ບົດລາຍງາານຄາດຄະເນການພັດທະນາໃນອາຊີປະຈຳປີ 2017 ເມື່ອອາທິດຜ່ານມາວ່າ: ສປປ.ລາວ ຈະມີຂໍ້ຈຳກັດທາງດ້ານງົບປະມານ ແລະ ຄວາມຕ້ອງການແຮ່ທາດໃນໂລກຫຼຸດລົງໃນໄລຍະຫຼາຍປີຜ່ານມາ ແຕ່ ສປປ.ລາວ ຍັງເປັນປະເທດໜຶ່ງທີ່ມີການຂະຫຍາຍຕົວທາງເສດຖະກິດທີ່ເຂັ້ມແຂວງຢູ່ໃນພາກພື້ນ ເຊິ່ງມີອັດຕາການຂະຫຍາຍຕົວສະເລ່ຍສູງກວ່າ 7.0% ໃນທົດສະວັດຜ່ານມາ.

ສຳລັບຂະແໜງການບໍລິການເປັນຂະແໜງການທີ່ມີການຂະຫຍາຍຕົວທີ່ເຂັ້ມແຂງ ເຊິ່ງໄດ້ຂະຫຍາຍຕົວ 9.0% ເຊິ່ງໄດ້ຮັບແຮງສະໜັບສະໜູນຈາກການຂະຫຍາຍຕົວຂອງພາກຂາຍຍົກ ແລະ ຂາຍຍ່ອຍ, ໂຮງແຮມ ແລະ ຮ້ານອາຫານ, ການບໍລິການທາງດ້ານການເງິນ ແລະ ໂທລະຄົມມະນາຄົມ.

ສ່ວນຂະແໜງການອຸດສາຫະກຳຍັງຮັກສາການຂະຫຍາຍຕົວຄົງທີ່ 8.0% ເຖິງວ່າຜົນຜະລິດຈາກການຂຸດຄົ້ນບໍ່ແຮ່ໄດ້ມີການຫຼຸດລົງເລັກໜ້ອຍ ແຕ່ຂະແໜງການນີ້ໄດ້ຮັບການສະໜັບສະໜູນຈາກການເພີ່ມຂຶ້ນຂອງຜົນຜະລິດກະແສໄຟຟ້າ ໂດຍສະເພາະແມ່ນໂຮງງານໄຟຟ້າຫົງສາລິກໄນ, ການພັດທະນາທີ່ພັກອາໄສ ແລະ ອາຄານເພື່ອການຄ້າ, ສະເພາະຂະແໜງການກະສິກຳໄດ້ເພີ່ມຂຶ້ນຈາກ 2.0% ໃນປີ 2015 ເປັນ 2.5% ໃນປີ 2016.

ການຂາດດຸນບັນຊີເດີນສະພັດແມ່ນດີຂຶ້ນເລັກໜ້ອຍຈາກ 16.8% ຂອງ GDP ໃນປີ 2015 ມາເປັນ 14.1% ໃນປີ 2016 ແຕ່ຄາດວ່າຈະຂະຫຍາຍເພີ່ມຂຶ້ນເຖິງ 19% ໃນປີນີ້ ແລະ 20% ໃນປີຖັດໄປ ເນື່ອງຈາກມີການຄາດວ່າ ຈະມີການນຳເຂົ້າອຸປະກອນກໍ່ສ້າງ ແລະ ເຄື່ອງກົນຈັກຈຳນວນຫຼາຍໃນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ. ໃນຂະນະດຽວກັນຄັງສຳຮອງເງິນຕາຕ່າງປະເທດຄາດວ່າຈະມີການປັບໂຕຂຶ້ນເລັກໜ້ອຍໃນມໍ່ໆນີ້.

No comments

Powered by Blogger.