ດ່ວນ...! ຈີນ ສົ່ງທະຫານ 150,000 ຄົນ ເຂົ້າປະຈຳການເຂດຊາຍແດນເກົາຫຼີເໜືອ - ອິດສະຫຼະ

ດ່ວນ...! ຈີນ ສົ່ງທະຫານ 150,000 ຄົນ ເຂົ້າປະຈຳການເຂດຊາຍແດນເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 11 ເມສາ 2017 ວ່າ: ທາງການຈີນສັ່ງກຽມກຳລັງພົນ 150,000 ຄົນ ເພື່ອຮັບມືກັບຄວາມເປັນໄປໄດ້ທີ່ຈະເກີດມີການອົບພະຍົບຂ້າມຊາຍແດນຂອງຜູ້ອົບພະຍົບຈາກເກົາຫຼີເໜືອ ເພາະອາດເປັນໄປໄດ້ວ່າປະທານາທິບໍດີ ສະຫະລັດອາເມຣິກາ ທ່ານ ໂດໂນ ທຣຳ ອາດສັ່ງລົງມືໂຈມຕີເກົາຫຼີເໜືອເປັນລາຍຕໍ່ໄປ ຫຼັງຈາກທີ່ສັ່ງໃຊ້ຂີປະນາວຸດໂທມາຮັອກໂຈມຕີຊີຣີເມື່ອວັນສຸກທີ່ຜ່ານມາ.

ເຊິ່ງການສັ່ງໂຈມຕີຊີຣີຖືກຕີຄວາມໝາຍອອກກວ້າງຂວາງວ່າ ເປັນການເຕືອນໄປຍັງເກົາຫຼີເໜືອ ເຮັດໃຫ້ຈີນທີ່ມີຊາຍແດນຕິດກັບເກົາຫຼີເໜືອ ຕ້ອງກຽມໜ່ວຍແພດ ແລະ ໜ່ວຍສະໜັບສະໜູນຈາກກອງທັບປົດປ່ອຍປະຊາຊົນຈີນທີ່ຢູ່ບໍລິເວັນແມ່ນ້ຳຢາລູ ເພື່ອຮັບມືກັບຄື້ນຜູ້ອົບພະຍົບຈາກເກົາຫຼີເໜືອ ແລະ "ສະຖານະການທີ່ບໍ່ຄາດຝັນ"

No comments

Powered by Blogger.