ເກົາຫຼີເໜືອ ປະກາດພ້ອມຮົບຕໍ່ຕ້ານກອງເຮືອໂຈມຕີຂອງສະຫະລັດອາເມຣິກາ - ອິດສະຫຼະ

ເກົາຫຼີເໜືອ ປະກາດພ້ອມຮົບຕໍ່ຕ້ານກອງເຮືອໂຈມຕີຂອງສະຫະລັດອາເມຣິກາ



ສຳນັກຂ່າວທາງການຂອງເກົາຫຼີເໜືອ KCNA ລາຍງານວ່າ: ກະຊວງການຕ່າງປະເທດຂອງຕົນໄດ້ອອກຖະແຫຼງການປະກາດພ້ອມຮົບໃນສົງຄາມທຸກຮູບແບບທີ່ສະຫະລັດຕ້ອງການ ພາຍຫຼັງທີ່ກອງທັບສະຫະລັດອາເມຣິກາໄດ້ສັ່ງໃຫ້ກອງເຮືອໂຈມຕີ USS Carl Vinson ເຄື່ອນຕົວໄປປະຈຳການໃນຄາບສະໝຸດເກົາຫຼີ.

ກະຊວງການຕ່າງປະເທດຂອງເກົາຫຼີເໜືອຍັງລະບຸວ່າ ການເຄື່ອນໄຫວຂອງກອງທັບສະຫະລັດຄືດັ່ງກ່າວນັ້ນ ສະແດງເຖິງການກະທຳຢ່າງເປີດແຈ້ງເພື່ອກຽມການຮຸກຮານເກົາຫຼີເໜືອ ແລະ ຍັງສະແດງເຖິງເຈດຕະນາຂອງສະຫະລັດ ທີ່ຕ້ອງການໂຈມຕີເກົາຫຼີເໜືອນັ້ນມາເຖິງຂັ້ນທີ່ຮຸນແຮງ ແລະ ຈິງຈັງແລ້ວ.

"ພວກເຮົາຈະໃຫ້ສະຫະລັດຮັບຜິດຊອບຕໍ່ຄວາມເສຍຫາຍທີ່ຈະຕາມມາທັງໝົດ ເຊິ່ງກໍ່ເປັນຜົນຈາກການກະທຳອັນຊົ່ວຮ້າຍຂອງສະຫະລັດເອງ ເຫດການນີ້ຈະພິສູດວ່າພວກເຮົາເຮັດຖືກຕ້ອງແລ້ວທີ່ພັດທະນາຄວາມສາມາດທາງນິວເຄຼຍເພື່ອປ້ອງກັນຕົນເອງ ຫຼື ເພື່ອໂຈມຄີປ້ອງກັນໄວ້ກ່ອນ" ກະຊວງການຕ່າງປະເທດເກົາຫຼີເໜືອກ່າວ.


No comments

Powered by Blogger.