(ພາບ) ສຸດສະເທືອນໃຈ ຊ່າງພາບຊ່ວຍເດັກນ້ອຍຊາວຊີຣີທີ່ຖືກລະເບີດ ໃນເຫດການລະເບີດຂະບວນລົດຜູ້ອົບພະຍົບ - ອິດສະຫຼະ

(ພາບ) ສຸດສະເທືອນໃຈ ຊ່າງພາບຊ່ວຍເດັກນ້ອຍຊາວຊີຣີທີ່ຖືກລະເບີດ ໃນເຫດການລະເບີດຂະບວນລົດຜູ້ອົບພະຍົບ



ພາບທີ່ສ້າງຄວາມສະເທືອນໃຈຈາກເຫດການສົງຄາມໃນຊີຣີປາກົດຕໍ່ສາຍຕາຊາວໂລກຢູ່ສະເໝີ ຫຼ້າສຸດຊ່າງພາບລາຍໜຶ່ງໄດ້ຊ່ວຍເດັກນ້ອຍທີ່ໄດ້ຮັບບາດເຈັບຈາກເຫດລະເບີດຂະບວນລົດຜູ້ອົບພະຍົບເມື່ອບໍ່ພໍເທົ່າໃດວັນກ່ອນໜ້ານີ້ ໂດຍທີ່ໝູ່ຊ່າງພາບດ້ວຍກັນໄດ້ບັນທຶກພາບນັ້ນໄວ້.

ທ່ານ ອັບດຸນ ແອວຄາເດຍ ຮາບັກ ຊ່າງພາບ ແລະ ນັກເຄື່ອນໄຫວ ກຳລັງປະຕິບັດໜ້າທີ່ລະຫວ່າງເກີດເຫດໂຈມຕີຂະບວນລົດບັນທຸກຜູ້ອົບພະຍົບອອກຈາກຫຼາຍໝູ່ບ້ານໃນຊີຣີ ເມື່ອອາທິດກ່ອນ ເປັນເຫດໃຫ້ມີຜູ້ເສຍຊີວິດ 126 ຄົນ ແຮງລະເບີດໃຫ້ເຮັດລາວໝົດສະຕິໄປຊົ່ວຂະນະ ເມື່ອລາວຮູ້ສຶກຕົວຈຶ່ງໄດ້ຮີບເລັ່ງເຂົ້າໄປຊ່ວຍເຫຼືອຜູ້ໄດ້ຮັບບາດເຈັບອື່ນໆ.

ຊ່າງພາບຄົນດັ່ງກ່າວເລົ່າວ່າ ບັນຍາກາດຂະນະນັ້ນເປັນຕາຢ້ານຫຼາຍ ໂດຍສະເພາະເມື່ອລາວໄດ້ເຫັນເດັກນ້ອຍຮ້ອງໄຫ້ໂຫຍຫວນ ແລະ ເສຍຊີວິດໄປຕໍ່ໜ້າຕໍ່ຕາ ລາວ ແລະ ໝູ່ຂອງລາວຕັດສິນໃຈຢຸດເຊົາຖ່າຍຮູບໄວ້ກ່ອນແລ້ວເລີ່ມຊ່ວຍເຫຼືອຜູ້ໄດ້ຮັບບາດເຈັບເປັນການດ່ວນ ເດັກນ້ອຍຄົນທຳອິດທີ່ລາວໄປຊ່ວຍແມ່ນໄດ້ເສຍຊີວິດ ແລະ ລາວຈຶ່ງໄດ້ແລ່ນໄປຊ່ວຍເດັກນ້ອຍຄົນຕໍ່ໄປ ໂດຍມີຫຼາຍຄົນເອີ້ນໃຫ້ລາວຮີບໜີອອກຈາກບ່ອນນັ້ນເດັກນ້ອຍຕາຍແລ້ວ ແຕ່ລາວບໍ່ເຊື່ອເພາະລາວຍັງເຫັນເດັກນ້ອຍຄົນດັ່ງກ່າວຫາຍໃຈຢູ່.

No comments

Powered by Blogger.