ໄຊຊະນະ ປະຕິເສດທຸກຂໍ້ກ່າວຫາ ແລະ ພ້ອມສູ້ຄະດີຢ່າງເຖິງທີ່ສຸດ - ອິດສະຫຼະ

ໄຊຊະນະ ປະຕິເສດທຸກຂໍ້ກ່າວຫາ ແລະ ພ້ອມສູ້ຄະດີຢ່າງເຖິງທີ່ສຸດ



ສື່ໃນໄທລາຍງານ 18 ເມສາ 2017 ວ່າ: ເຈົ້າໜ້າທີ່ໄທໄດ້ຄຸມຕົວທ້າວ ໄຊຊະນະ ແກ້ວພິມພາ ຜູ້ຖືກຫາຄະດີຄ້າຢາເສບຕິດມາຂຶ້ນສານ ເພື່ອສືບປາກຄຳ ແລະ ໃຫ້ການຕໍ່ສານໃນຄະດີຄ້າຢາເສບຕິດ ຖານຮ່ວມກັນສົມຄົບ, ນຳເຂົ້າ ແລະ ຮ່ວມກັນມີຢາບ້ານຈຳນວນ 1.2 ລ້ານເມັດໄວ້ໃນຄອບຄອງ ແລະ ຈຳໜ່າຍ.

ທະນາຍຄວາມຂອງທ້າວ ໄຊຊະນະ ເປີດເຜີຍວ່າ ມື້ນີ້ສານນັດມາສືບປາກຄຳ ແລະ ໃຫ້ການຕໍ່ສານ ໂດຍສານຈະແຈ້ງຂໍ້ກ່າວຫາໃຫ້ທ້າວ ໄຊຊະນະ ໄດ້ຮັບຮູ້ ກ່ອນທີ່ຈະໃຫ້ທ້າວ ໄຊຊະນະຕອບປະຕິເສດ ຫຼື ຍອມຮັບຂໍ້ກ້າວຫາ ໂດຍທ້າວ ໄຊຊະນະ ກຽມຕໍ່ສູ້ຄະດີ ແລະ ຈະປະຕິເສດທຸກຂໍ້ກ່າວຫາ ເຊິ່ງໄດ້ມີການກຽມຂໍ້ມູນມາເພື່ອຍື່ນຕໍ່ສານແລ້ວ.

ນອກຈາກນີ້ ທະນາຍຄວາມຍັງຍອມຮັບວ່າທ້າວ ໄຊຊະນະ ມີຄວາມຕື່ນ ແລະ ຢ້ານຫຼາຍ ເນື່ອງຈາກເປັນຄະດີທີ່ມີອັດຕາໂທດສູງເຖິງຂັ້ນປະຫານຊີວິດ ແລະ ທີ່ຜ່ານມາທ້າວ ໄຊຊະນະ ກໍ່ບໍ່ເຄີຍຖືກດຳເນີນຄະດີມາກ່ອນເລີຍ.

No comments

Powered by Blogger.