ຜູ້ນຳຈີນ-ສະຫະລັດອາເມຣິກາ ພົບກັນຄັ້ງທຳອິດຫວັງແກ່ໄຂບັນຫາໂລກ - ອິດສະຫຼະ

ຜູ້ນຳຈີນ-ສະຫະລັດອາເມຣິກາ ພົບກັນຄັ້ງທຳອິດຫວັງແກ່ໄຂບັນຫາໂລກ



ສຳນັກຂ່າວຕ່າງປະເທດລາຍງານ 8 ເມສາ 2017 ວ່າ:​ ການພົບກັນຄັ້ງທຳອິດລະຫວ່າງປະທານາທິບໍດີໂດໂນ ທຣຳ ຜູ້ນຳສະຫະລັດອາເມຣິກາ ກັບ ປະທານາທິບໍດີ ສີ ຈິ້ນຜິງ ຜູ້ນຳຈີນ ໃນລັດຟໍຣິດາລະຫວ່າງວັນທີ 6-7 ເມສາ 2017 ຄາດວ່າຜູ້ນຳທັງສອງຈະໂອ້ລົມປຶກສາຫາລືກັນຫຼາຍເລື່ອງທັງທີ່ມີຄວາມຄິດເຫັນຄ້າຍກັນ ແລະ ແຕກຕ່າງກັນ ນັບຕັ້ງແຕ່ບັນຫາເກົາຫຼີເໜືອໄປຈົນເຖິງບັນຫາເລື່ອງການຄ້າ ທ່າມກາງຈຸດຢືນຂອງຜູ້ນຳສະຫະລັດອາເມຣິກາຄື: "ສ້າງອາເມຣິກາໃຫ້ຍິ່ງໃຫຍ່ອີກຄັ້ງ" ກັບຈຸດຢືນຂອງຜູ້ນຳຈີນ "ຮື້ຟື້ນຄືນພະລັງຊາດຈີນໃຫ້ຍິ່ງໃຫຍ່".

ການພົບປະຫາລືກັນຂອງຜູ້ນຳຊາດມະຫາອຳນາດອັນດັບ 1 ແລະ 2 ຂອງໂລກ ຄາດວ່າຜູ້ນຳສະຫະລັດຈະຂໍຮ້ອງໃຫ້ຈີນເພີ່ມແຮງກົດດັນເກົາຫຼີເໜືອໃນຄວາມພະຍາຍາມຍຸແຍ່ໃຫ້ເກີດສົງຄາມໂດຍການທົດສອບຍິງຂີປະນາວຸດຫຼາຍຄັ້ງຢ່າງຕໍ່ເນື່ອງ ໂດຍການທົດສອບຂີປະນາວຸດຂອງເກົາຫຼີເໜືອຄັ້ງຫຼ້າສຸດແມ່ນເມື່ອວັນພຸດທີ່ຜ່ານມານີ້ ກ່ອນໜ້າການພົບປະລະຫວ່າງຜູ້ນຳສະຫະລັດອາເມຣິກາກັບຈີນພຽງມື້ດຽວ ກໍ່ໃຫ້ເກີດກະແສຮຽກຮ້ອງຈາກນາຍົກລັດຖະມົນຕີຊິນໂສະ ອາເບະ ຜູ້ນຳຍີ່ປຸ່ນ ເຊິ່ງໂທລະສັບຫາລືໂດຍກົງກັບທ່ານ ທຣຳ ເຊັ່ນດຽວກັບລັດຖະບານເກົາຫຼີໃຕ້ກໍ່ສະແດງທ່າທີ່ຕໍ່ຕ້ານການທົດສອບຂີປະນາວຸດຂອງເກົາຫຼີເໜືອ ໂດຍຜູ້ນຳຍີ່ປຸ່ນລະບຸການທົດສອບຂີປະນາວຸດຂອງເກົາຫຼີເໜືອອັນຕະລາຍຢ່າງຍິ່ງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນພູມມິພາກ.

ສ່ວນສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້ກໍ່ປະສົບຄວາມສຳເລັດໃນຂໍ້ຕົກລົງການຕິດຕັ້ງລະບົບຕໍ່ຕ້ານຂີປະນາວຸດໃນແຜ່ນດິນຂອງເກົາຫຼີໃຕ້ ເພື່ອຫວັງປ້ອງກັນຂີປະນາວຸດຈາກເກົາຫຼີເໜືອ ທ່າມກາງຄວາມບໍ່ພໍໃຈຈາກຈີນທີ່ເຫັນວ່າການກະທຳດັ່ງກ່າວສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຈີນ ຂະນະທີ່ເກົາຫຼີໃຕ້ກໍ່ອ້າງຄວາມສຳເລັດໃນການທົດສອບຂີປະນາວຸດທີ່ຕົນໄດ້ພັດທະນາຂຶ້ນເອງ ເຊິ່ງມີຄວາມສາມາດຍິງໄດ້ໄກເຖິງດິນແດນເກົາຫຼີເໜືອເກືອບທັງປະເທດ.

ຂະນະດຽວກັນກະຊວງການຕ່າງປະເທດໄຕ້ຫວັນ ຖະແຫຼງລະບຸການພົບປະຫາລືລະຫວ່າງຜູ້ນຳສະຫະລັດອາເມຣິກາກັບຜູ້ນຳຈີນ ຈະບໍ່ກະທົບເຖິງຄວາມສຳພັນລະຫວ່າງສະຫະລັດອາເມຣິກາກັບໄຕ້ຫວັນ ເຖິງແມ່ນວ່າຜູ້ນຳສະຫະລັດປະກາດໃຫ້ຄຳໝັ້ນຕໍ່ຜູ້ນຳຈີນວ່າຈະຢຶດໝັ້ນນະໂຍບາຍ "ຈີນດຽວ" ທີ່ມີຕໍ່ກັນມາຍາວນານກວ່າ 40 ປີ.

No comments

Powered by Blogger.